ກອງທັບອີຣັກຄວບຄຸມນະຄອນTikritຢ່າງສົມບູນ

ກອງທັບອີຣັກຄວບຄຸມນະຄອນTikritຢ່າງສົມບູນ - ảnh 1
ບັນ​ດາ​ຕຶກ​ອາ​ຄາ​ນ​ເຊິ່ງ IS ຄວບ​ຄຸມ​ຖືກ​ບຸກ​ໂຈມ​ຕີ​ໃນ​ວັນ​ທີ 3/3 ຜ່ານ​ມາ
(ພາບ: ​ສຳ​ນັກ​ຂ່າວ​ສານ​ຊິນ​ຮ​ວາ/TTXVN)

(vovworld) –  ​ວັນ​ທີ 14/3, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອີ​ຣັກ Khaled al – Obeidi ໃຫ້​ຮູ້​ວ່າ: ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ກຳ​ລັງ​ທະ​ຫານ​ລາດ ອິດ​ສະ​ລາມ ນິ​ກາຍ Sunni ແລະ Shi’ite, ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ​ປະ​ເທດນີ້​ໄດ້​ຄວບ​ຄຸ​ມ​ນະ​ຄອນ​ທາງ​ພາກ​ເໜືອ Tikrit ຢ່າງ​ສົມ​ບູນ. ວັນ​ທີ 10/3 ຜ່ານ​ມາ, ບັນ​ດາ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ອີ​ຣັກ ໄດ້​ເລີ່ມ​ຕົ້ນ​ການ​ບຸກ​ໂຈມ​ຕີ​ຂະ​ໜາ​ດ​ໃຫຍ່​ຕ້ານ​ກຸ່ມ​ທະ​ຫານ​ກະ​ບົດ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ ດ້ວຍ​ຈຸດ​ໝາຍ​ປົດ​ປ່ອຍ​ນະ​ຄອນ Tikrit, ເມືອງ​ເອກ​ແຂວງ Salahudin ຢູ່​ພາກ​ກາງ. Tikrit ແມ່ນ​ກຳ​ແພງ​ທີ່​ສຳ​ຄັນ​ຂອງ IS ບົນ​ເສັ້ນ​ທາງ​ກ້າວ​ເຂົ້າ​ສູ່ Baghdad ແລະ ກໍ່​ແມ່ນ​ບ່ອນ​ສະ​ກັດ​ກັ້ນ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ ອີ​ຣັກ ບຸກ​ໂຈມ​ຕີ​ເຂົ້າ Mosul, ນະ​ຄອນ​ໃຫຍ່ຢ​ູ່​ພາກ​ເໜືອ ​ເຊິ່ງປະ​ຈຸ​ບັນ​ພວມ​ຖືກ IS ຢືດ​ຄອງ. ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ອຳ​ນາດ​ການ​ປົກ​ຄອງ​ເຂດ ເຄິ່ງ​​ປົກ​ຄອ​ງ​ດ້ວຍ​ຕົນ​​ເອງ​ຊາວ Kurd ຢູ່ ອີ​ຣັກ ປະ​ກາດ​ຮັກ​ສາພະ​ຍານຫຼັກ​ຖານ​ສະ​ແດງ​ໃຫ້​ເຫັນ IS ໄດ້​ນຳ​ໃຊ້​ອາຍ Clo ​ເປັນ​ອາ​ວຸດ​ເຄ​ມີ​​ເພື່ອບຸກ​ໂຈມ​ຕີ​ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຊາວ Kurd ​ບົນ​ເສັ້ນ​ທາງ​ເຊື່ອມ​ຕໍ່ Mosul ກັບ​ເຂດ​ຊາຍ​ແດນ ຊີ​ຣີ​ເມື່ອ​ເດືອນ 1 ຜ່ານ​ມາ.

ຂ່າວ/ບົດ​ອື່ນ