ກອງທັບອີຣັກຍາດໄດ້ສິດຄວບຄຸມເຂດRamadiຕາເວັນອອກ

ກອງທັບອີຣັກຍາດໄດ້ສິດຄວບຄຸມເຂດRamadiຕາເວັນອອກ - ảnh 1
ນັກຮົບ ອີຣັກ ປະຕິບັດງານຢູ່ Jwaibah
(ພາບ: AFP/TTXVN)

(vovworld) – ວັນ​ທີ 9/2, ວົງ​ການ​ເຈົ້າ​ໜ້າ​ທີ່ ອີຣັກ ​ໃຫ້​ຮູ້​ວ່າ: ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ປະ​ເທດ​ນີ້ຍາດ​​ໄດ້​ສິດ​ຄວບ​ຄຸມ​ເຂດ​ຕາ​ເວັນ​ອອກ​ຂອງ​ເມືອງ​ເອກ Ramadi ຂອງ​ແຂວງ Anbar ​ແລະ ​ເສັ້ນທາງ​ເຊື່ອມ​ຕໍ່​ນະຄອນ​ນີ້​ກັບ​ນະຄອນຫຼວງ​ ​ແບ​ດ​ແດດ  ທີ່​ເຄີຍ​ຖືກ​ຄວບ​ຄຸມ​​ແຕ່​ຫຼາຍ​ເດືອນ​ຜ່ານ​ມາຈາກ​ບັນດາ​ມື​ປືນ​ລັດ​ອິດສະ​ລາມ (IS) ອ້າງ​ຊື່​ເອງ. ຕາມ​ແຫຼ່ງຂ່າວ​ທາງ​ການ​ແລ້ວ, ບັນດາ​ນັກຮົບ​ລັດຖະບານ ອີຣັກ ພ້ອມ​ກັບ​ບັນດາ​ມື​ປືນມຸດ​ສະ​ລິ​ມ ນິກາຍ ຊັນ​ນີ ​ໄດ້​ຄວບ​ຄຸມ​ເມືອງ Sajjariyad and Juwaiba, ຫ່າງ​ຈາກ​ນະຄອນຫຼວງ ​ແບ​ດ​ແດດ 110 ກມ ​ໄປ​ທາງ​ທິດ​ຕາດ​ວັນ​ຕົກ ​ແລ​ະ ບຸກ​ເຂົ້າ​ເຂດ Huseiba al – Shaeqiya, ຫ່າງ​ຈາກ Ramadi ​10 ກມ ໄປ​ທາງ​ທິດຕາ​ເວັນ​ອອກ.


ຂ່າວ/ບົດ​ອື່ນ