ກອງທັບອີຣັກສືບຕໍ່ຍາດໄດ້ທ່າໄດ້ບຽບຢູ່ສະໜາມຮົບ Mosul

ກອງທັບອີຣັກສືບຕໍ່ຍາດໄດ້ທ່າໄດ້ບຽບຢູ່ສະໜາມຮົບ Mosul - ảnh 1
(ພາບ​ປະ​ກອບ: EPA/TTXVN)

(vovworld) ​- ວັນ​ທີ 03/12, ບັນ​ດາ​ກຳ​ລັງ​ກອງ​ທັບ​ອີ​ຣັກ ຍາດ​ໄດ້​ສິດ​ຄວບ​ຄຸມ 4 ບ້ານ​ຢູ່​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ ນະ​ຄອນ Mosul ຈາກ​ອົງ​ການ​ລັດ​ອິດ​ສະ​ລາມ IS ອ​້າງ​ຊື່​ເອງ, ພ້ອມ​ທັງ​ສືບ​ຕໍ່​ການ​ປິດ​ລ້ອມ​ຢູ່​ທຸກ​ທິດ​ທາງ ເພື່ອ​ແນ​ໃສ່​ຕີ​ພວກ​ມື​້ປືນໃຫ້ອອກ​ຈາກ​ນະ​ຄອນທີ່​ໝັ້ນ​ສຸດ​ທ້າຍ​ຂອງ​ພວກ​ມັນ​ຢູ່​ອີ​ຣັກ. ຖະ​ແຫຼງ​ການ​ຂອງ​ກອງ​ບັນ​ຊາ​​ການບັ້ນ​ຮົບ​ປົດ​ປ່ອຍ Mosul ຊີ້​ແຈ້​ງ​ວ່າ: “ກອງ​ພົນ 16 ໄດ້​ປົດ​ປ່ອຍ 4 ບ້ານ​ຢູ່​ສະ​ໜາມ​ຮົບທາງ​ທິດ​ເໜືອ ແລະ ປັກທຸງ​ອີ​ຣັກ ​ເທິງ​ຕຶກ​ອາ​ຄານ​ຕ່າງໆ​ພາຍ​ຫຼັງ​​ຜາບ​ແຜ​ສັດ​ຕູ​”. ຕາມ​ຄຳ​ຖະ​ແຫຼງ​ດັ່ງ​ກ່າວ​ແລ້ວ, ໄຊ​ຊະ​ນະ​ນີ້​ຈະ​ເປີດ​ຊ່ອງ​ທາງ​ໃຫ້​ບັນ​ດາ​ກຳ​ລັງ​ຂອງ​ລັດ​ຖະ​ບານ​ບຸກ​ເຂົ້າ​ນະ​ຄອນ Mosul ຈາກ​ທາງຕາ​ເວັນ​ຕົກ​ສ່ຽງ​ເໜືອ.

ຂ່າວ/ບົດ​ອື່ນ