ກອງທັບອາກາດລັດເຊຍຍິງທຳລາຍສະຖານທີ່ສຳຄັນຫຼາຍແຫ່ງຂອງISຢູ່ຊີຣີ

ກອງທັບອາກາດລັດເຊຍຍິງທຳລາຍສະຖານທີ່ສຳຄັນຫຼາຍແຫ່ງຂອງISຢູ່ຊີຣີ - ảnh 1
ກອງທັບອາກາດລັດເຊຍຍິງທຳລາຍ
ສະຖານທີ່ສຳຄັນຫຼາຍແຫ່ງຂອງISຢູ່ຊີຣີ
(ພາບ: AP)


(vovworld) – ວັນ​ທີ 04/10, ກະຊວງ​ປ້ອງ​ກັນ​ປະ​ເທດ​ລັດ​​ເຊຍ, ​​ຖະ​ແຫຼງວ່າ, ​ໃນ​ຮອບ​ເວລາ 24 ຊົ່ວ​​ໂມງຜ່ານ​ມາ, ບັນດາ​ເຮືອ​ບິນ​ຂອງ​ປະ​ເທດ​ນີ້ ​ໄດ້​ບຸກ​ໂຈມ​ຕີ​ເປົ້າ​ໝາຍ​ຂອງ​ກຸ່ມ​ລັດ​ອິດສລາມ IS ຂະ​ໜານ​ນາມ​ເອງ ຢູ່​ຊີ​ຣີ 10 ຄັ້ງ, ຊຶ່ງ​ໄດ້​ຍິງ​ຖືກ​ເປົ້າ​ໝາຍ​ຫຼາຍ​ແຫ່ງຂອງ IS ຢູ່ 2 ​ແຂວງ Idlib ​ແລ​ະ Raqqa. ຖະ​ແຫຼ​ງ​ການໄດ້​ຢືນຢັນ​ວ່າ, ບັນດາ​ການ​ບຸກ​ໂຈມ​ຕີ​ທາງອາກາດ​ໄດ້​ເຮັດ​ໃຫ້​ກົນ​ໄກ​ຄວບ​ຄຸມ, ​ເສັ້ນ​ທາງ​ລຳລຽງຂອງອົງການ​ກໍ່​ການ​ຮ້າຍຖືກຕັດ​ຕອນ ​ແລະ ກໍ່​ຄວາມ​ເສຍ​ຫາຍຫຼາຍ​ພໍ​ສົມຄວນ​ໃຫ້​ພື້ນຖານ​ໂຄງລ່າງ​ເຊິ່ງ IS ນຳ​​ໃຊ້​ເພື່ອ​ກະ​ກຽ​ມດຳ​ເນີນບັນດາ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ.

        ​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານາທິບໍດີ​ຊີຣີ Bashar Al Assad, ກໍ​ໃຫ້​ຂໍ້​ສັງ​ເກດ​ວ່າ, ບັ້ນ​ຮົບ​ຕ້ານກໍ່​ການ​ຮ້າຍ​ຂອງ​ລັດ​ເຊ​ຍ ຢູ່​ປະ​ເທດ​ນີ້ ອາດ​ຈະ​ບັນ​ລຸ​ຜົນສຳ​ເລັດ​. ທ່ານ​ກໍ​ເນັ້ນ​ໜັກ​​ວ່າ ​ຄວາມ​​ເສຍ​ໄຊ​ຂອງສຳພັນທະ​ມິດ ລັດ​ເຊ​ຍ, ຊີຣີ, ອີຣານ ​ແລະ ອີຣັກ ຈະ​ພາ​ໄປ​ເຖິງ​​ເລື່ອງ​ພາ​ກພື້ນ​ຕາ​ເວັນ​ອອກ​ກາງຈະ​ຖືກ​ທຳ​ລາຍ.

ຂ່າວ/ບົດ​ອື່ນ