ກອງທັບອາບການິດສະຖານດັບສູນຫົວໂປ່ Taliban ຄົນໜຶ່ງ

(VOVWORLD) -ມີຫົວໂປ່ຂອງຂະບວນການອິດສະລາມ Taliban, Mullah Hemmatullah ຖືກດັບສູນໃນເຫດບຸກໂຈມຕີທາງອາກາດຂອງກອງທັບລັດຖະບານອາບການິດສະຖານ ແນໃສ່ສະຖາທີ່ຊ້ອນຕົວຂອງກຳລັງນີ້ຢູ່ເມືອງ Nawbahar ໃນວັນທີ 24 ສິງຫາ.

ຕາມແຫຼ່ງຂ່າວສືບລາຊະການລັບໃຫ້ຮູ້ວ່າ, ບັນດາເຮືອບິນສູ້ຮົບຂອງກຳລັງລັດຖະບານອາບການິດສະຖານ ໄດ້ບຸກໂຈມຕີໃສ່ການປະຊຸມຂອງພວກລຸກຮື້ຂຶ້ນ Taliban ຢູ່ບ້ານ Piruzi, ເມືອງ Nawbahar, ໃນຕອນເຊົ້າວັນທີ 24 ສິງຫາ, ດັບສູນມືປືນ 10 ຄົນ, ໃນນັ້ນມີຫົວໂປ່ຂອງ Taliban ແມ່ນ Mullah Hemmatullah.

ຕອບກັບ

ຂ່າວ/ບົດ​ອື່ນ