ກອງທັບອາເມລິກາ ແລະອັງກິດສິ້ນສຸດ ພາລະກຳສູ້ຮົບຢູ່ ອາບການນີສະຖານ


ກອງທັບອາເມລິກາ ແລະອັງກິດສິ້ນສຸດ ພາລະກຳສູ້ຮົບຢູ່ ອາບການນີສະຖານ - ảnh 1
(
ພາບ: AFP)

(vovworld)- ​ ວັນ​ທີ 26/10, ທະຫານ​ເຮືອ​ສູ້​ຮົບ​ທາງ​ບົກ​ກອງສຸດ​ທ້າຍ​ຂອງ​ອາ​ເມ​ລິ​ກາ ​ແລະ ບັນດາ​ນັກຮົບ​ສູ້​ຮົບ​ສຸດ​ທ້າຍ​ຂອງ​ອັງກິດ ​ຢູ່​ອາບ​ການ​ນີສະຖານ ​ໄດ້​ຢຸດຕິ​ທຸກ​ການ​ເຄື່ອນ​ໄຫວ​ໃນ​ສະພາບ​ການ​ທີ່​ເຂົາ​ເຈົ້າກຽມ​ອອກ​ຈາກ​ປະ​ເທດ​ນີ້. ​​ແຕ່ຈຸດ​ເວລາ​ຖອນ​ທະຫານ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ປະກາດ​ຍ້ອນ​ສາຍ​ເຫດ​ຄວາມ​ສະຫງົບ​ປອດ​ໄພ. ຕາມ​ແຜນການ, ຮອດ​ວັນ​ທີ 1/1/2015, ຈຳນວນ​ນັກຮົບ​ຕ່າງປະ​ເທດ​ຢູ່​ອາບ​ການ​ນີສະຖານ ຍັງມີພຽງ​​ປະມານ 12.500 ຄົນ​ເທົ່າ​ນັ້ນ, ສ່ວນ​ຫຼາຍ​ແມ່ນ​ປະຕິບັດ​ວຽກ​ງານ​ຝືກຊ້ອມ ​ແລະ ​ເປັນ​ທີ່​ປຶກສາ. ກອງ​ພົນນ້ອຍ​ທະຫານ​ເຮືອ​ສູ້​ຮົບ​ທາງບົກ​ອາ​ເມ​ລິ​ກາ ຢູ່​ອາບ​ກາ​ນີສະຖານ ຈະ​ແມ່ນ​ກົມ​ກອງ​ສຸດ​ທ້າຍ​ຂອງ​ກຳລັງທະຫານ​ເຮືອ​ສູ້​ຮົບ​ທາງບົກ​ອາ​ເມ​ລິ​ກາ ​ແລະ ທະຫານ​ອັງກິດ ຢູ່​ຖານ​ທີ່ໝັ້ນ Bastion ຈະ​ແມ່ນ​ກົມ​ກອງ​ສຸດ​ທ້າຍ​ຂອງ​ກອງທັບ​ອັງກິດ ອອກ​ຈາກ​ປະ​ເທດ​ອາຊີ​ໃຕ້​ນີ້./.

ຂ່າວ/ບົດ​ອື່ນ