ກອງ​ທັບ​ເຮືອ ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ທາງ​ທະ​ເລ​ສາ​ກົນ MILAN 2022 ຢູ່​ອິນ​ເດຍ

(VOVWORLD) -ນີ້ແມ່ນຂີດໝາຍທີ່ພົ້ນເດັ່ນ ແລະ ຈຸດເນັ້ນໜັກໃຫຍ່ທີ່ສຸດ ໃນບັນດາການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ  50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ສອງປະເທດ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ ຫວຽດນາມ - ອິນເດຍ ໃຫ້ນັບມື້ນັບພັດທະນາ.
ກອງ​ທັບ​ເຮືອ ຫວຽດ​ນາມ ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ທາງ​ທະ​ເລ​ສາ​ກົນ MILAN 2022 ຢູ່​ອິນ​ເດຍ - ảnh 1ຄະນະປະຕິບັດງານຂອງສະຖານທູດ ຫວຽດນາມ ປະຈຳອິນເດຍ ໄປຢ້ຽມຢາມບັນດານັກຮົບ (ພາບ: VOV)

ວັນທີ 27 ກຸມພາ, ຄະນະປະຕິບັດງານຂອງ ສະຖານທູດ ຫວຽດນາມປະຈຳ ອິນເດຍ ໂດຍທ່ານເອກອັກຄະລັດຖະທູດ ຟ້າມແຊງເຈົາ ນຳໜ້າ ໄດ້ມາຢ້ຽມຢາມພະນັກງານ, ລູກເຮືອກຳປັ່ນ 016 - ກວາງຈຸງ ແລະ ຄະນະຜູ້ແທນກອງທັບເຮືອ ຫວຽດນາມ ທີ່ພວມເຂົ້າຮ່ວມການຊ້ອມຮົບກອງທັບເຮືອຫຼາຍຝ່າຍ MILAN ປີ 2022 ຢູ່ນະຄອນ Visakhapatnam, ລັດຕາເວັນອອກສ່ຽງໃຕ້ Andhra Pradesh, ປະເທດອິນເດຍ. ກ່າວຄຳເຫັນນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຟ້າມແຊງເຈົາ ຢັ້ງຢືນວ່າ ເລື່ອງກອງທັບເຮືອປະຊາຊົນຫວຽດນາມເຂົ້າຮ່ວມເຫດການຄັ້ງນີ້ ເພື່ອແນໃສ່ຕອບສະໜອງການໜູນຊ່ວຍຢ່າງສຸດຈິດສຸດໃຈ, ມີປະສິດທິຜົນຂອງກອງທັບເຮືອອິນເດຍ ທີ່ສະຫງວນໃຫ້ແກ່ກອງທັບເຮືອຫວຽດນາມ ໃນໄລຍະຜ່ານມາ. ນີ້ແມ່ນຂີດໝາຍທີ່ພົ້ນເດັ່ນ ແລະ ຈຸດເນັ້ນໜັກໃຫຍ່ທີ່ສຸດ ໃນບັນດາການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ  50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ສອງປະເທດ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ ຫວຽດນາມ - ອິນເດຍ ໃຫ້ນັບມື້ນັບພັດທະນາ.

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລັດ Andhra Pradesh, ຫ້ອງການການຄ້າ ສະຖານທູດ ຫວຽດນາມ ປະຈຳ ອິນເດຍ ໄດ້ສົມທົບກັບສະຫະພັນ ການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ຈັດຕັ້ງການໂອ້ລົມສົນທະນາການພົວພັນການຄ້າ, ແນະນຳກາລະໂອກາດຮ່ວມມືດຳເນີນທຸລະກິດລະຫວ່າງ ຫວຽດນາມ ແລະ ອິນເດຍ ເວົ້າລວມ ແລະ ກັບລັດ Andhra Pradesh ເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ