ກອງທັບເຮືອປະຊາຊົນ ຫວຽດນາມ ກະກຽມເຂົ້າຮ່ວມການຝຶກຊ້ອມທາງທະເລ Milan ຢູ່ ອິນເດຍ

(VOVWORLD) - ດ້ວຍຫົວຂໍ້ “ສ້າງສຳພັນທະມິດກອງທັບເຮືອເພື່ອອະນາຄົດທາງທະເລທີ່ປອດໄພ”, ການຝຶກຊ້ອມໂດຍມີການເຂົ້າຮ່ວມຂອງບັນດາກຳລັງກອງທັບເຮືອທີ່ມາຈາກ 50 ປະເທດ, ໃນນັ້ນມີ ຫວຽດນາມ.
ກອງທັບເຮືອປະຊາຊົນ ຫວຽດນາມ ກະກຽມເຂົ້າຮ່ວມການຝຶກຊ້ອມທາງທະເລ Milan ຢູ່ ອິນເດຍ - ảnh 1(ພາບປະກອບ: qdnd.vn)

        ອິນເດຍ ຈະເປັນເຈົ້າພາບຈັດການຝຶກຊ້ອມທາງທະເລທີ່ມີຂອບຂະໜາດໃຫຍ່ມີຊື່ວ່າ Milan, ແຕ່ວັນທີ 19 – 27 ກຸມພາ, ຢູ່ນະຄອນ Visakhapatnam, ທາງທິດຕາເວັນອອກ Andhra Pradesh. ດ້ວຍຫົວຂໍ້ “ສ້າງສຳພັນທະມິດກອງທັບເຮືອເພື່ອອະນາຄົດທາງທະເລທີ່ປອດໄພ”, ການຝຶກຊ້ອມໂດຍມີການເຂົ້າຮ່ວມຂອງບັນດາກຳລັງກອງທັບເຮືອທີ່ມາຈາກ 50 ປະເທດ, ໃນນັ້ນມີ ຫວຽດນາມ.

        ການຝຶກຊ້ອມ Milan 2024 ລວມມີບັນດາການເຄື່ອນໄຫວ, ຄື: ກອງປະຊຸມສຳມະນາທາງທະເລ, ງານວາງສະແດງເຕັກໂນໂລຊີທາງທະເລ, ຝຶກຊ້ອມການປ້ອງກັນອາກາດ, ຕ້ານກຳປັ່ນດຳນ້ຳ ແລະ ບັນດາການເຄື່ອນໄຫວຢູ່ໜ້ານ້ຳ… ນອກຈາກການເຊື່ອມຕໍ່ ແລະ ເພີ່ມທະວີການພົວພັນແລ້ວ, ການຝຶກຊ້ອມດັ່ງກ່າວຈະປະກອບສ່ວນເພີ່ມທະວີຄວາມສາມາດປະສານສົມທົບ, ສ້າງເງື່ອນໄຂເພື່ອໃຫ້ບັນດາຝ່າຍເຂົ້າຮ່ວມການແລກປ່ຽນບົດຮຽນຕົວຈິງເປັນຢ່າງດີທີ່ສຸດ ແລະ ເພີ່ມທະວີການຮ່ວມມືໃນການປະຕິບັດບັນດາໜ້າທີ່ໃນອະນາຄົດ, ເພື່ອແກ້ໄຂບັນດາສິ່ງທ້າທາຍລວມ.

ຕອບກັບ

ຂ່າວ/ບົດ​ອື່ນ