ກອງທັບເຮືອປະຊາຊົນຫວຽດນາມເສີມຂະຫຍາຍບົດບາດປົກປັກຮັກສາອະທິປະໄຕທະເລ,ໝູ່ເກາະຂອງປະເທດຊາດ

(vovworld) – ​​ວັນ​ທີ 5/8, ສະ​ເຫຼີ​ມສະຫຼອງ 50 ປີ​​ແຫ່ງ​ວັນ​ມູນ​ເຊື້ອ​ໄດ້​ຮັບ​​ໄຊຊະນະ​ຄັ້ງທຳ​ອິດ​ຂອງ​ກອງທັບ​​ເຮືອ​ປະຊາຊົນ ຫວຽດນາມ. ນີ້​ແມ່ນ​ເຫດການ​ທີ່ມີ​ຄວາມ​ໝາຍ​ການ​ເມືອງ​ອັນ​ໃຫຍ່​ຫຼວງ, ສະ​ແດງ​​ໃຫ້​ເຫັນກຳລັງ​ແຮງ​ທາງ​ດ້ານ​ການ​ເມືອງ - ນ້ຳ​ໃຈ​ຂອງທົ່ວ​ປວງ​ຊົນ, ​ທັງ​ຊາດ​ແມ່ນໄຊ​ຊະນະ​ຂອງເຈດ​ຈຳນົງ​ຕັດສິນ​ໃຈ​ຕໍ່ສູ້, ຍາດ​ເອົາ​ໄຊຊະນະ, ຕໍ່ສູ້​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຕໍ່ໜ້າ​ທຸກໆ​ອິດທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ.

    ຕອບ​ສຳ​ພາດ​ຕໍ່ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ ຫວຽດນາມ, ພົນ​ເຮືອ​​ຕີ​ ດິງຢາ​ເທີ​ດ, ກຳມະການ​ການ​ເມືອງ​ເຫຼົ່າ​ທັບ​ເຮືອ ຫວຽດນາມ, ຢືນຢັນ​ວ່າ: ບັນດາບົດ​ຮຽນ​ອັນ​ລ້ຳ​ຄ່າ​ຈາກ​ບັ້ນ​ຮົບ​ທຳ​ອິດ​ຂອງ​ເຫຼົ່າ​ທັບ​ເຮືອ​ຍັງ​ຮັກສາ​ຄຸນຄ່າ​​ເດີມ​ເຖິງ​ປະຈຸ​ບັນ. ​ໂດຍ​ເສີມ​ຂະຫຍາຍ​ບັນດາ​ບົດຮຽນ​​ໃນ​ອະ​ດີດຕະການ, ນຳ​ໃຊ້​ເຂົ້າ​ໃນ​ພຶດຕິກຳຕົວ​ຈິງ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ, ກອງທັບ​ເຮືອ​ປະຊາຊົນ ຫວຽ​ດນາມ ຍາມ​ໃດ​ກໍ່ປະຕິບັດ​ສຳ​ເລັດພາລະ​ໜ້າ​ທີ່​ເປັນກອງທະຫານ​ຕໍ່ສູ້, ​ປະຕິບັດ​ງານ, ທັງ​ແມ່ນ​ກອງທະຫານ​ອອກ​ແຮງ​ງານ​ທຳ​ການ​ຜະລິດ. ກຳລັງ​ກອງທັບ​ເຮື​ອຍາມ​ໃດ​ກໍ່​ເສີມ​ຂະຫຍາຍ​ບົດບາດ​ປະຈັນບານ, ຮັບປະກັນ​ຄວາມໝັ້ນຄົງ, ​ເປັນ​ບ່ອນ​ອີງ​ໃຫ້​ຊາວປະມົງ ​ແລະ ບັນດາ​ກຳລັງ​ເສດຖະກິດ​ອື່ນໆ​ອີກ. ພ້ອມ​ກັນ​ນັ້ນ, ​ເຫຼົ່າທັບ​ກໍ່​ຜັນ​ຂະຫຍາຍ​ຫຼາຍ​ຮູບ​ແບບ​ພັດທະນາ​ເສດຖະກິດ​ທະ​ເລ, ດ້ວຍ​ວິທີ​ເຮັດ​ໃໝ່, ນຳ​ມາ​ເຊິ່ງປະສິດທິ​ຜົນ, ປະກອບສ່ວນ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ທະຫານ, ພ້ອມ​ທັງ​ເປັນ​ກຳລັງ​ຫຼັກ​ແຫຼ່ງ, ບ່ອນ​ອີງ​ຢ່າງ​ໜັກ​​ແໜ້ນ, ຊ່ວຍ​ເຫຼືອ, ປົກ​ປ້ອງ​ຊາວ​ປະມົງ​​ເມື່ອໄປ​ຫາ​ປາ​ໄກ​ຝັ່ງ, ທັງ​ຢືນຢັນ​ອະທິປະ​ໄຕ, ທັງ​ເຂົ້າ​ຮ່ວມ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ທະ​ເລ, ໝູ່​ເກາະ​ຂອງ ປະ​ເທດ​ຊາດ. ​ໃນ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ, ກອງທັບ​ເຮືອ ຫວຽດນາມ ຕັ້ງໜ້າ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບກ​ອງທັບ​ເຮື​ອບັນດາ​ປະ​ເທດ​ໃນ​ພາ​ກພື້ນ ​ແລະ ​ໃນ​ໂລກ ​ເພື່ອ​ສ້າງ​ກົນ​ໄກ​ຮ່ວມ​ມື​ຫຼາຍ​ຝ່າຍ, ຊຸກຍູ້​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ​, ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ​ແບ່ງ​ປັນ​ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ​ແລະ ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລຢູ່​ທະ​ເລ​ຕາ​ເວັນ​ອອກ, ກໍ່​ຄື​ພາກ​ພື້ນ ອາຊີ - ປາຊີ​ຟິກ.

ກອງທັບເຮືອປະຊາຊົນຫວຽດນາມເສີມຂະຫຍາຍບົດບາດປົກປັກຮັກສາອະທິປະໄຕທະເລ,ໝູ່ເກາະຂອງປະເທດຊາດ - ảnh 1
ພົນ​ເຮືອ​​ຕີ​ ດິງຢາ​ເທີ​ດ

    ກ່ຽວ​ກັບ​ທິດ​ທາງ​ການ​ເຄື່ອນ​ໄຫວ​ຂອງ​ເຫຼົ່າ​ທັບ​ເຮືອ ​ໃນ​ໄລຍະ​ຈະ​ມາ​ເຖິງ, ພົນ​ເຮືອ​​ຕີ​ ດິງຢາ​ເທີ​ດ, ​ໃຫ້​ຮູ້​ວ່າ:

    “ກອງທັບ​ເຮືອ ຫວຽດນາມ ສືບ​ຕໍ່​ສ້າງ​ເຫຼົ່າ​ທັບ​ເຮືອ​ທັນ​ສະ​ໄໝ, ​ເປັນ​ກຳລັງ​ຫຼັກ​ແຫຼ່ງ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ອະທິປະ​ໄຕ, ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ທະ​ເລ, ໝູ່​ເກາະຂອງ​ປະ​ເທດ​ຊາດ​ຢ່າງ​ແທດ​ຈິງ. ຄຽງ​ຄູ່​ກັນ​ນັ້ນ, ຍູ້​ແຮງ​ວຽກ​ງານ​ໂຄສະນາ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ​ໃນ​ປະຊາຊົນ​ທຸກ​ຊັ້ນ​ວັນນະ. ​ເຫຼົ່າ​ທັບ​ສືບ​ຕໍ່​ສົມທົບ​ລະຫວ່າງ​ບັນດາ​ກຳລັງ​ປະຕິບັດ​ກົດໝາຍ​ບົນ​ທະ​ເລ​ເພື່ອ​ແນ​ໃສ່​ຄຸ້ມ​ຄອງ​​ເຂດ​ທະ​ເລ, ໝູ່​ເກາະ​ຂອງ​ປະ​ເທດ​ຊາດຢ່າງ​ແໜ້ນ​ແຟ້ນ ​ແລະ ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ບັນດາ​ການ​ເຄື່ອນ​ໄຫວ​ຕ່າງໆຂອງ​ປະຊາຊົນ​ຜູ້ທຳ​ມາ​ຫາ​ກິນ​ບົນ​ທະ​ເລ.”

ຂ່າວ/ບົດ​ອື່ນ