ກອງທັບໄທ ຍຸບເລີກ ສະພາສູງ

ກອງທັບໄທ ຍຸບເລີກ ສະພາສູງ - ảnh 1
ຜູ້​ບັນຊາ​ການ​ທະຫານບົກ ພະຣຸດ ຈັນ​ໂອ​ຈາ
(ພາບ: Reuters)


(vovworld) –    ວັນ​ທີ 24/05, ກອງ​ທັບ​ໄທ ຖະ​ແຫຼ​ງ ອຳນາດ​ການ​ປົກ​ຄອງ​ການທະຫານ ​ໄດ້​ຍຸບ​ເລີກ​ສະພາ​ສູງ ​ແລະ ມອບ​ສິດອຳນາດ​ນິຕິບັນຍັດ​ໃຫ້ຜູ້​ບັນຊາ​ການ​ທະຫານບົກ ພະຣຸດ ຈັນ​ໂອ​ຈາ, ຜູ້​ຊີ້​ນຳ​ນຳພາ​ລັດຖະປະຫານ​ລັດຖະບານ​ຂອງ​ທ່ານ​ນາງ​ອະດີດ​ນາຍົກລັດຖະມົນຕີ ຍິງຣັກ ຊິນນະ​ວັດ ​ເມື່ອ​ວັນ​ທີ 22/05. ຖະ​ແຫຼ​ງການ​ໄດ້​ອອກ​ຂ່າ​ວທາງ​ໂທລະພາບ​ແຫ່ງ​ຊາດ ຊີ້​ແຈ້ງວ່າ “​​ສະພາ​ສູງ​ໄດ້​ຍຸບ​ເລີກ. ໜ້າ​ທີ່​ຮັບຜິດຊອບສຳລັບ​ບໍ່​ວ່າ​ກົດໝາຍ​ໃດ ຕ້ອງ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ສະພາ​ແຫ່ງ​ຊາດ ຫຼື ສະພາ​ສູງ ​ໂດຍ​ການ​ນຳ​ອຳນາດ​​ປົກຄອງ​​ການທະຫານ​ຮັບຜິດຊອບ”. ອຳນາດ​​ປົກຄອງການທະຫານ​ຕັດສິນ​ສ້າງ​ຕັ້ງ​ໂຄງ​ປະກອບ​ອຳນາດ​ການ​ປົກຄອງ​ໃໝ່, ພາຍ​ໃຕ້​ການ​ຕິດຕາມ​ກວດກາ​ຂອງ​ບັນດາ​ນາຍ​ພົນ​ທີ່ເຂົ້າ​ຮ່ວມ​ການ​ລັດຖະປະຫານ, ​ໃນ​ນັ້ນຜູ້​ບັນຊາ​ການ​ທະຫານ​ບົກ ພະຣຸດ ຈັນ​ໂອ​ຈາ ​ແມ່ນ​ຜູ້​ບັນຊາ​ການ​ໃຫຍ່ ​ແລະ ນາຍົກລັດຖະມົນຕີຊົ່ວຄາວ. ຂໍ້​ຕົກລົງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ​ນາຍ​ພົນ​ກອງທັບ​ໄທ ຈະ​ສືບ​ຕໍ່​ກຳ​ສິດ​ອຳນາດ​ຮອດ​ເວລາ​ການ​ປະຕິ​ຮູບ​ບັນດາ​ລະບອບ​ການ​ເມືອງ, ​ເສດຖະກິດ ​ແລະ ສັງຄົມ​​ສຳ​ເລັດຜົນ. ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ເຊິ່ງອຳນາດ​​ປົກຄອງ​ການທະຫານ​ຈະ​ປະຕິບັດ​​ພາຍ​ໃນ​ການ​ສ້າງ​ຕັ້ງ​​ນັ້ນ ແມ່ນ​ຈ່າ​ຍ​ເງິນ​ໃຫ້ຊາວ​ກະສິກອນ​ໄທ ​ໃນ​ໂຄງການ​ໜູນ​ຊ່ວຍ​ລາຄາ​ເຂົ້າສານ. ຄາດ​ວ່າ, ​ໃນ​ຮອບ​ເວລາ​ແຕ່ 15 ຫາ 20 ມື້​ຈະ​ມາ​ເຖິງ, ບ້ວງປ້ວງໜີ້​ທັງ​ໝົດຈະ​ຖືກໄດ້​ຈ່າ​ຍ​ໃຫ້​ຊາວ​ກະສິກອນ.

ຂ່າວ/ບົດ​ອື່ນ