ກອງທັບໄທ ຮຽກຮ້ອງດຳເນີນ ການເຈລະຈາລະຫວ່າງລັດຖະບານ ແລະ ຜູ້ແຫ່ຂະບວນປະທ້ວງ

ກອງທັບໄທ ຮຽກຮ້ອງດຳເນີນ ການເຈລະຈາລະຫວ່າງລັດຖະບານ ແລະ ຜູ້ແຫ່ຂະບວນປະທ້ວງ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 19/01, ຜູ້​ບັນຊາ​ການ​ທະຫານ​ສູງ​ສຸດ​ກອງທັບ​ໄທ, ທ່ານ ທະ​ນາ​ສັກ ປະຕິມາ​ພຣະກອນ ຮຽກຮ້ອງ​ໃຫ້​ລັດຖະບານ​ໄທ ​ແລະ ຜູ້​ແຫ່​ຂະ​ບວນປະ​ທ້ວງ​ປຶກສາ​ຫາລືນຳ​ກັນ​ເພື່ອ​ຊອກ​ຫາ​ມາດ​ຕະການ​​ແກ້​ໄຂໃຫ້​ແກ່​ປະ​ເທດ. ທ່ານ ທະ​ນາ​ສັກ ​ເນ​ັ້ນໜັກ​ວ່າ ຖ້າ​ບໍ່ດຳ​ເນີນການເຈລະຈາ ຈະ​ບໍ່​ສາມາດ​ຊອກ​ຫາ​ວິທີ​ການ​ແກ້​ໄຂ​​ສະພາບ​ການໃນ​ປະຈຸ​ບັນ​ໄດ້. ທ່ານ ທະ​ນາ​ສັກ ຮຽກຮ້ອງ​ໃຫ້​ທັງ 2 ຝ່າຍ ຈົ່ງ​ຍ້ອມເສຍສະຫຼະ​ເພື່ອ​ຊາດ ​ແລະ ຮຽກຮ້ອງ​ໃຫ້​ບໍ່​ວ່າ​ອົງການ​ໃດ​ພາຍ​ໃນ​ປະ​ເທດ​ ສາມາດເປັນ​ຜູ້​ໄກ​ເກ່ຍ​ໄດ້ ຄວນ​ສະໝັກ​ໃຈ​ຮັບ​ໜ້າ​ທີ່ . ​ແຕ່​ວ່າ, ທ່ານ ທະ​ນາ​ສັກ ກໍ່​ຍ້ອມ​ຮັບ​ວ່າ ຍາດ​ທີ່​ຈະ​ຊອກ​ຜູ້​​ໄກ​ເກ່ຍ​​ທີ່​ໄດ້​ຮັບ​ຮູ້​ຈາກທັງ 2 ຝ່າຍ​ໄດ້. ທ່ານ ທະ​ນາ​ສັກ ກໍ່​ປະຕິ​ເສດ​ຂ່າວ​ທີ່​ວ່າ ທ່ານ​ພວມ​ມີ​​ແຜນ​ຈັດ​ຕັ້ງ​ການ​ໂຄ່ນ​ລົ້ມ​ກອງທັບ​ເພື່ອ​ກາ​ຍ​ເປັນ​ນາຍົກລັດຖະມົນຕີຄົນຕໍ່​ໄປ​ຢູ່​ໄທ. ທ່ານ​ຢືນຢັນ​ວ່າ ກອງທັບ​ຍັງ​ມີ​ການ​ພົວພັນ​ກັບ​ຕຳຫຼວດ​ເປັນ​ຢ່າງ​ດີ ​ແລະ ອາດ​ຈະ​ປຶກສາ​ຫາລື​ທຸກ​ບັນຫາຢ່າງ​​ເປີດ​ເຜີຍ.

ຂ່າວ/ບົດ​ອື່ນ