ກອງທັບໄທໄດ້ຮັບການລະດົມເພື່ອຮັບປະກັນຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ

ກອງທັບໄທໄດ້ຮັບການລະດົມເພື່ອຮັບປະກັນຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍ - ảnh 1
ຜູ້ແຫ່ຂະບວນປະທ້ວງຄັດຄ້ານລັດຖະບານໄທ
(ພາບປະກອບ)


(vovworld) – ວັນ​ທີ 16/1, ທ່ານ​ເລຂາທິການ​​ຄະນະ​ກຳມະການ​​ເລືອກ​ຕັ້ງ​ແຫ່ງ​ຊາດ ​ໄທ ພຸ​ຈົງ ນຸຕຣາວົງ ​ໃຫ້​ຮູ້​ວ່າ ບໍ່​ທັນ​ເລືອກ​ໄດ້ພາລະ​ກອນ​ປະ​ມານ 140.000 ຄົນ​ຕາມ​ຄຳ​ຮຽກຮ້ອງ​ຕ້ອງການ​ເພື່ອ​ຮັບ​ໃຊ້​ໃຫ້​ວິວັດ​ການ​ປ່ອນ​ບັດ​ຢູ່ 15 ​ແຂວງ​ທາງພາກ​​ໃຕ້​ປະ​ເທ​ດນີ້ ​ເຖິງ​ວ່າ​ຍັງມີ​ເວລາພຽງ 3 ອາທິດ​​ເທົ່າ​ນັ້ນຈະ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງທົ່ວ​ປະ​ເທດ.

    ຕາມ​ທ່ານ ພຸ​ຈົງ ນຸຕຣາວົງ ​ແລ້ວ, ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ໄດ້​ນຳ​ໃຊ້​ມາດຕາ 20 ຂອງ​ກົດໝາຍ​ວ່າ​ດ້ວຍ​ການ​ເລືອກ​ຕັ້ງ ຮຽກຮ້ອງ​ໃຫ້​ບັນດາ​ອົງການ​ຂຶ້ນ​ກັບ​ລັດຖະບານ ຈັດສົ່ງ​ຜູ້​ຮັບ​ໃຊ້​​ໃຫ້ການ​ເລືອກ​ຕັ້ງ​ຈະ​ມາ​ເຖິງ. ນອກນັ້ນ, ຄະນະ​ກຳມະການ​ດັ່ງກ່າວ​ກໍ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຊອກ​ຫາ​ບັນດາ​ສະຖານ​ທີ່​ປ່ອນ​ບັດ.

    ​ກ່ຽວຂ້ອງ​ເຖິງ​ວຽກ​ງານ​ເລືອກ​ຕັ້ງ​ຢູ່​ນະຄອນຫຼວງ ບາງກອກ, ບ່​ອນທີ່​ຈະ​ມີ​ປະມານ 6.000 ສະຖານ​ທີ່​ປ່ອນ​ບັດ, ທ່ານ​ເລຂາທິການ​ ພຸ​ຈົງ ນຸຕຣາວົງ ໃຫ້​ຮູ້​ວ່າ: ຈະ​ຊອກ​ຫາ​ການ​ໜູນ​ຊ່ວຍ​ຂອງ​ອຳນາດ​ການ​ປົກຄອງ ບາງກອກ, ກະຊວງ​ສຶກສາ ​ແລະ ກອງທັບ​ໃນ​ການ​ຈັດສົ່ງ​ຜູ້​ປະຕິບັດ​ໜ້າ​ທີ່.

    ກ່ອນ​ໜ້າ​ນັ້ນ, ຢູ່​ເວທີ​ປາ​ໄສ​ພິ​ເສດ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ໂດຍ​ລັດຖະບານ​ຈັດ​ຕັ້ງ​ໃນ​ວັນ​ທີ 15/1, ບັນດາ​ຜູ້​ຕາງໜ້າເຂົ້າ​ຮ່ວມ​ໄດ້​ເຫັນ​ດີ​​ຈັດ​ຕັ້ງ​ການ​ເລືອກຕັ້ງ​ຖືກ​ຕາມ​ກຳນົດ​ເວລາ ຄື​ວັນ​ທີ 2/2 ຈະ​ມາ​ເຖິງ.

    ​​ກ່ຽວຂ້ອງ​ເຖິງ​ບັນຫາ​ດັ່ງກ່າວ​ບັງ​ມີ​ຂ່າວ​ໃຫ້​ຮູ້​ວ່າ, ທ່າ​ນຮອງ​ນາຍົກລັດຖະມົນຕີ ສຸຣາພົງ ​ໂຕ​ວິ​ຈາກ​ໄຈ​ກຸນ​ ​ໄດ້​ສະ​ເໜີ​ໃຫ້​ຕຳຫຼວດ​ຈັບ​ຕົວຫົວໜ້າ​ຄະນະ​ແຫ່​ຂະ​ບວນປະ​ທ້ວງ ສຸ​ເທບ ​ເທືອ​ກສຸບັນ ​ແລະ ບັນດາ​ຜູ້​ຊ່ວຍ​ວຽກ​ໃນ​ທັນທີ.

ຂ່າວ/ບົດ​ອື່ນ