ກອງບັນຊາການກຳລັງອາລັກຂາຮັບຫຼຽນໄຊອິດສະຫຼະຊັ້ນໜື່ງຂອງລັດແຫ່ງສປປ ລາວ

ກອງບັນຊາການກຳລັງອາລັກຂາຮັບຫຼຽນໄຊອິດສະຫຼະຊັ້ນໜື່ງຂອງລັດແຫ່ງສປປ ລາວ - ảnh 1
ມອບ​ຫຼຽນ​​ໄຊ​ອິດສະຫຼະ​ຊັ້ນ​ໜື່ງ​ໃຫ້​ກອງ​ບັນຊາ​ການ​ກຳລັງອາລັກຂາ - ກະຊວງ​ຕຳຫຼວດ​ຫວຽດນາມ
 ( ພາບ: cadn.com.vn )


( vovworld ) - ວັນ​ທີ 23/2 ຢູ່​ຮ່າ​ໂນ້ຍ, ທ່ານ ທອງ​ບັນ ​ແສງ​ອາພອນ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ, ຕາງໜ້າ​ໃຫ້ລັດລາວ ມອບ​ຫຼຽນ​​ໄຊ​ອິດສະຫຼະ​ຊັ້ນ​ໜື່ງ​ໃຫ້​ກອງ​ບັນຊາ​ການ​ກຳລັງອາລັກຂາ - ກະຊວງ​ຕຳຫຼວດ​ຫວຽດນາມ. ນີ້​ແມ່ນ​ລາງວັນ​ອັນ​ສູງ​ສົ່ງ​ຂອງລັດ​ແຫ່ງສປປລາວ ມອບ​ໃຫ້​ໝູ່​ພະນັກງານ, ນັກຮົບ​ສັງກັດ​ກຳລັງ​ອາລັກຂາ​ຫວຽດນາມ ​ຍ້ອນ​ມີ​ບັນດາຜົນ​ງານທີ່​ດີ​ເດັ່ນ​ໃນ​ວຽກ​ງານ​ສົມທົບ​ກັບ​ກຳລັງອາລັກຂາສປປລາວ ຂອງ​ກຳລັງ​ອາລັກຂາ​ຫວຽດນາມ, ປະກອບສ່ວນ​ເພີ່ມທະວີ​ສາຍ​ພົວພັນສະໜິດ​ແໜ້ນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ເວົ້າ​ລວມ ​ແລະ ກຳລັງ​ຕຳຫຼວດ​ຂອງ​ສອງ​ປະ​ເທດ​ເວົ້າ​ສະ​ເພາະ. ທີ່​ພິທີ, ການ​ນຳ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ສອງ​ຝ່າຍ​ກໍ​​ໄດ້ຢືນຢັນ​ຄວາມ​ຕັດສິນ​ໃຈ​ໃນ​ການ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ສົບ​ທົບ​ກັນ​ຢ່າງ​ລະອຽດ, ​ແທດ​ຈິງ​ເພື່ອ​ເພີ​່ມພູນ​ຄູນ​ສ້າງ​ໃຫ້​ສາຍ​ພົວພັນສາມັກ​ຄີ​ມິດຕະພາບຂອງ​ສອງພັກ, ສອງລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ລາວ​ອ້າຍ​ນ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ