ກອງບັນຊາການຕຳຫລວດເຄື່ອນທີ່ຮັບປະກັນຄວາມປອດໄພໃຫ້ບັນດາ ເຫດການສຳຄັນຂອງປະເທດຊາດ

ກອງບັນຊາການຕຳຫລວດເຄື່ອນທີ່ຮັບປະກັນຄວາມປອດໄພໃຫ້ບັນດາ ເຫດການສຳຄັນຂອງປະເທດຊາດ - ảnh 1
(ທ່ານ ຫງວຽນ​ຟູ​ຈ້ອງ ລົງ​ຢ້ຽມຢາມ ​ແລະ ກວດກາ​ວຽກ​ງານ
​ການ​ກຽມພ້ອມ​ສູ້​ຮົບຢູ່​ກອງ​ບັນຊາ​ການ​ຕຳຫລວດ​ເຄື່ອນ​ທີ່)


(vovworld) – ​ ຕອນ​ເຊົ້າ​ວັນ​ທີ 01/01, ທ່ານ ຫງວຽນ​ຟູ​ຈ້ອງ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​​ໄດ້ລົງ​ຢ້ຽມຢາມ ​ແລະ ກວດກາ​ວຽກ​ງານ​ການ​ກຽມພ້ອມ​ສູ້​ຮົບຢູ່​ກອງ​ບັນຊາ​ການ​ຕຳຫລວດ​ເຄື່ອນ​ທີ່, ກະຊວງ​ຕຳຫລວດ. ​ໄຈ້​ແຍກ​ສະພາບ​ການ​ພາຍ​ໃນ​ປະ​ເທດ ​ແລະ ​ໂລກ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຊີ້​ແຈ້ງວ່າ: ໜ້າ​ທີ່​ຂອງ​ກຳລັງ​ຕຳຫລວດ​ປະຊາຊົນ​ເວົ້າ​ລວມ, ກຳລັງ​ຕຳຫລວດ​ເຄື່ອນ​ທີ່​ເວົ້າ​ສະ​ເພາະ​ໃນ​ປີ 2016 ​ແລະ ຊຸມ​ປີ​ຕໍ່​ໄປ​ແມ່ນ​ໜັກໜ່ວງ​ທີ່​ສຸດ. ​ໃນ​ນັ້ນ ຕ້ອງ​ຈັດ​ຕັ້ງ​ກຳລັງ​ປະຈຳການ​ ຮັບປະກັນ​ຄວາມ​ປອດ​ໄພ​​ໃຫ້ບັນດາ​ຈຸດໝາຍ​ສຳຄັນ, ບັນດາ​ເຫດການ​ການ​ເມືອງ, ສັງຄົມ​ພາຍ​ໃນ​ປະ​ເທດ ​ແລະ ສາກົນ​ຈັດ​ຕັ້ງ​ຢູ່ ຫວຽດນາມ ຢ່າງ​ເດັກ​ຂາດ​ໃຫ້​ດີ. ພິ​ເສດ​ແມ່ນ​ຜັນ​ຂະຫຍາຍ​ກຳລັງ, ວິທີ​ການປົກ​ປັກ​ຮັກສາຄວາມ​ປອດ​ໄພ​ໃຫ້​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ, ການ​ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14, ການ​ເລືອກ​ຕັ້ງ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021 ​ແລະ ການ​ເຄື່ອນ​ໄຫວຕ້ອນຮັບ​ບຸນປີ​ໃໝ່​ປະຈຳ​ຊາດຂອງ​ປະຊາຊົນ​ຢ່າງ​ເດັກ​ຂາດ. ​ເນື່ອງ​ໃນ​ໂອກາດ​ປີ​ໃໝ່ 2016, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໄດ້​ຝາກ​ຄຳ​ຢ້ຽມຢາມ​ຖາມ​ຂ່າວ ​ແລະ ອວຍພອນ​ປີ​ໃໝ່​ເຖິງ​ພະນັກງານ, ນັກຮົບ​ກຳລັງ​ຕຳຫລວດ​ປະຊາຊົນ​ເວົ້າ​ລວມ, ກຳລັງ​ຕຳຫລວດ​ເຄື່ອນ​ທີ່​ເວົ້າ​ສະ​ເພາະ.


ຂ່າວ/ບົດ​ອື່ນ