ກອງບັນຊາການທະຫານເຂດ 5 ຕັ້ງໂຖທູບທຽນຢູ່ອະນຸສາວະລີທະຫານຮ່ວາງຊາ

ກອງບັນຊາການທະຫານເຂດ 5 ຕັ້ງໂຖທູບທຽນຢູ່ອະນຸສາວະລີທະຫານຮ່ວາງຊາ - ảnh 1
ກອງບັນຊາການທະຫານເຂດ 5 ຕັ້ງໂຖທູບທຽນຢູ່ອະນຸສາວະລີທະຫານຮ່ວາງຊາ
(ພາບ: ອີນເຕີເນັດ)

(vovworld) - ຕອນ​ເຊົ້າ​ວັນ​ທີ 7/7, ອົງຄະ​ນະ​ພັກ, ກອງ​ບັນຊາ​ການ​ທະຫານ​ເຂດ 5 ​ໄດ້​ມອບ ​ແລະ ຕັ້ງໂຖ​​ທູບ​ທຽນ​ຢູ່​ອະນຸສາວະລີ​ທະຫານ​ຮ່ວາງ​ຊາ ​ເຊິ່ງ​ໄດ້ຄຸ້ມ​ຄອງ​ທະ​ເລ​​ເໜືອ, ​ໃນ​ເກາະ Ly Son, ​ແຂວງ Quang Ngai. ກ່າວ​ຄວາມ​ເຫັນ​ນະ​ທີ່​ນີ້, ພົນ​ຈັດຕະວາ, ຮອງ​ຫົວໜ້າ​ຄະນະພັກ​ການ​ເມືອງ Le Van Hoang, ກອງ​ບັນຊາ​ການ​ທະຫານ​ເຂດ 5 ​ໄດ້​ຊີ້​ໃຫ້​ເຫັນ​ບຸນຄູນ ​ແລະ ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ຂອງ​ລຸ້ນພໍ່, ລຸ້ນອ້າຍ​ໃນ​ເມື່ອ​ກ່ອນ​, ​ເຊິ່ງ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ລຳບາກ ​ເພື່ອ​ເຮັດ​ໜ້າ​ທີ່​ປັກ​ຫຼັກ​ໝາຍ, ວັດ​ແທກ​ທາງ​ທະ​ເລ, ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຫວຽດນາມ​ໃນ​ໝູ່​ເກາະ Hoang Sa ​ແລະ Truong Sa ທ່ານພົນ​ຈັດຕະວາ Le Van Hoang ​ໄດ້​ສະ​ແດງ​ຄວາມ​ຕັດສິນ​ໃຈ​ສູ້​ຊົນ, ຫຼໍ່​ຫຼອມ ຍົກ​ສູງ​ຈິດ​​ໃຈກຽມພ້ອມ​ສູ້​ຮົບ ​ເພື່ອ​ປົກ​ປັກ​ຮັກສາ​ເຂດ​ນານ​ຟ້າ, ນານ​ທະ​ເລ ທີ່​ສັກກະ​ລະ​ບູຊາ​ຂອງ​ຫວຽດນາມ.

        ”​ເປັນ​ກຽດ​ທີ່​ໄດ້​ຕັ້ງ​ໂຖ​ທູບ​ທຽນ​ຢູ່​ອະນຸສາວະລີ​ໃນ​ບັນຍາກາດ​ອັນ​​ເຄັ່ງ​ຂືມ, ຕໍ່ໜ້າ​ວີນຍານ​ຂອງບັນດາ​ວິລະ​ຊົນ​ລຸ້ນກ່ອນ. ກອງ​ກຳລັງ​ປະກອບ​ອາວຸດ​ເຂດ 5 ​ໃຫ້​ຄຳ​ໝັ້ນ​ສັນຍາ​, ​ໃນ​ບໍ່​ວ່າ​ສະພາບ​ການ​ໃດ​ກໍ່ຈະ​ພ້ອມ​ກັບ​ປະຊາຊົນ​ທົ່ວ​ປະ​ເທດ​ຕັດສິນ​ໃຈ​ປົກ​ປັກ​ຮັກສາ​ຜືນ​ແຜ່ນດິນ ​ທະ​ເລ, ໝູ່ ເກາະອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ໄວ້, ຕັດສິນ​ໃຈ​ກໍ່ສ້າງ Hoang Sa  ​ແລະ Truong Sa ​ໃຫ້​ກາຍ​ເປັນ​ເມືອງ​ເກາະ​ທີ່​ຮັ່ງມີ​ເຂັ້ມ​ແຂງ, ທັດ​ທຽມ​ກັບ​ທີ່​ຕັ້ງ​ຍຸດ​ທະ​ສາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ”.

 

ຂ່າວ/ບົດ​ອື່ນ