ກອງ​ບັນ​ຊາ​ການທະ​ຫານ​ເຂດ II ມອບ​ອຸ​ປະ​ກອນ​ການ​ແພດ​ໃຫ້​ແກ່​ກຳ​ລັງ​ທະ​ຫານ​ບັນ​ດາ​ແຂວງ​ທາງ​ພາກ​ເໜືອ​ລາວ

(VOVWORLD) -ຕອນເຊົ້າວັນທີ 21 ເມສາ, ທີ່ດ່ານຊາຍແດນສາກົນໄຕຈາງ (ແຂວງດ້ຽນບຽນ, ຫວຽດນາມ), ຄະນະປະຕິບັດງານຂອງກອງບັນຊາການທະຫານເຂດ II ໂດຍທ່ານພົນຈັດຕະວາ ຟ້າມຮົ່ງເຈືອງ, ຜູ້ບັນຊາການເປັນຫົວໜ້າຄະນະໄດ້ຈັດຕັ້ງພິທີມອບຮັບອຸປະກອນການແພດໃຫ້ແກ່ບັນດາທ້ອງຖິ່ນ, ກົມກອງທະຫານຕ່າງໆທີ່ຂຶ້ນກັບບັນດາແຂວງທາງພາກເໜືອລາວເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ເຊິ່ງມີມູນຄ່າ ກ່ວາ 2 ຕື້ ດົ່ງ.
ກອງ​ບັນ​ຊາ​ການທະ​ຫານ​ເຂດ II ມອບ​ອຸ​ປະ​ກອນ​ການ​ແພດ​ໃຫ້​ແກ່​ກຳ​ລັງ​ທະ​ຫານ​ບັນ​ດາ​ແຂວງ​ທາງ​ພາກ​ເໜືອ​ລາວ - ảnh 1ພິທີມອບຮັບອຸປະກອນການແພດ (ພາບ: TTXVN)

ທ່ານພົນຈັດຕະວາ ຟ້າມຮົ່ງເຈືອງ ໃຫ້ຮູ້ວ່າ: ໂລກລະບາດ Covid – 19ພວມຜັນແປຢ່າງສັບສົນ, ກອງບັນຊາການທະຫານເຂດ II ໄດ້ຊີ້ນຳບັນດາຫົວໜ່ວຍ, ກອງບັນຊາການທະຫານບັນດາແຂວງ, ນອກຈາກການປະຕິບັດວຽກງານໂຄສະນາການປ້ອງກັນ, ສະກັດກັ້ນໂລກລະບາດໃຫ້ເປັນຢ່າງດີແລ້ວ ຫາກຍັງຕ້ອງເພີ່ມທະວີການໜູນຊ່ວຍບັນດາຫົວໜ່ວຍແຮກສ່ຽວ ແລະ ທ້ອງຖິ່ນຕ່າງໃນບໍລິເວນບັນດາແຂວງທາງພາກເໜືອລາວ ດ້ວຍວິທີການພ້ອມແລ້ວທີ່ຈະສົ່ງກຳລັງ, ໜູນຊ່ວຍອຸປະກອນ, ວັດຖຸ…ອີກດ້ວຍເພື່ອເພີ່ມທະວີການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ບັນລຸໄດ້ປະສິດທິຜົນສູງ.

ຕອບກັບ

ຂ່າວ/ບົດ​ອື່ນ