ກອງບັນຊາການນະຄອນຫຼວງຮ່າໂນ້ຍແລະກອງບັນຊາການທະຫານນະຄອນຫຼວງວຽງຈັນເພີ່ມທະວີການຮ່ວມມື

ກອງບັນຊາການນະຄອນຫຼວງຮ່າໂນ້ຍແລະກອງບັນຊາການທະຫານນະຄອນຫຼວງວຽງຈັນເພີ່ມທະວີການຮ່ວມມື - ảnh 1
ພາບ: My Binh

(vovworld) – ກິ​ດຈະ​ກຳຫໍ​ມູນ​ເຊື້ອ​ກອງບັນຊາ​ການ​ທະຫານ​ນະຄອນຫຼວງ​ວຽງ​ຈັນ ​ເລີ່ມລົງມື​ກໍ່ສ້າງ​ຢ່າງ​ເປັນ​ທາງການ​ໃນ​ຕອນ​ເຊົ້າ​ວັນ​ທີ 7/1. ນີ້​ແມ່ນ​ຂອງ​ຂວັນ​ຂອງ​ກອງ​ບັນຊາ​ການ​ນະຄອນຫຼວງ ຮ່າ​ໂນ້ຍ ທີ່ສະຫງວນ​ໃຫ້​ກອງບັນຊາ​ການ​ທະຫານ​ນະຄອນຫຼວງ ວຽງ​ຈັນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ລົງ​ມື​ກໍ່ສ້າງ, ພົນ​ຈັດຕະວາ​ ຫງວຽນ​ຢວານ​ແອ​ງ, ຜູ້​ບັນຊາກອງ​ບັນຊາ​ການ​ນະຄອນຫລວງ ຮ່າ​ໂນ້ຍ ​ເນັ້ນ​ໜັກ​ວ່າ: ​ການ​ລົງມື​ກໍ່ສ້າງ​ກິດຈະກຳ​ຫໍ​ມູນ​ເຊື້ອ - ກອງບັນຊາ​ການ​ທະຫານນະຄອນຫຼວງ ວຽງ​ຈັນ ​ເພື່ອ​ແນ​ໃສ່​ຫັນ​ສັນຍາ​ຮ່ວມ​ມື​ລະ​ຫວ່າງ ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ - ລາວ ທີ່​ຫາ​ກໍ່​ເຊັນ​ໃນ​ວັນ​ທີ 25/12/2015 ຢູ່​ນະຄອນຫຼວງ​ວຽງ​ຈັນ ​ເປັນ​ລະອຽດ, ພ້ອມ​ທັງ​ຢັ້ງຢືນ​ການ​ພົວພັນ​ຮ່ວມ​ມື​ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດ​ທິຜົນ, ​ແທດ​ຈິງ​ລະຫວ່າງ​ກຳລັງ​ປະກອບ​ອາວຸດ​ປະຊາຊົນ​ນະຄອນຫຼວງ 2 ປະ​ເທດ. ຂອງຂວັນ​ນີ້​ສະ​ແດງ​ໃຫ້​ເຫັນ​ນຳ້​ໃຈ​ສະຫາຍອ້າຍ​ນ້ອງ​, ສຳພັນ​​ຕໍ່ສູ້​ລະຫວ່າງ​ກອງທັບ 2 ປະ​ເທດ ຫວຽດນາມ - ລາວ ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

        ​ໂດຍ​ຕາງໜ້າ​ໃຫ້​ທະຫານ ​ແລະ ປະຊາຊົນ​ນະຄອນຫຼວງ ວຽງ​ຈັນ, ທ່ານ​ພັນ​ເອກ ສີ​ພອນ ຈັນ​ສົມ​ວົງ, ກຳມະການ​ການ​ເມືອງ​ກອງ​ບັນຊາ​ການ​ທະ​ຫານ​ນະຄອນຫຼວງ ວຽງ​ຈັນ ຢັ້ງຢືນ​ວ່າ: ກິດຈະກຳ​ນີ້ ມີ​ຄວາມ​ໝາ​ຍ​ເລິກ​ເຊິ່ງ, ສະ​ແດງ​ການ​ຮ່ວມ​ມື​ຊ່ວຍ​ເຫຼືອ​ກັນຢ່າງ​ສຸດ​ຈິດ​ສຸດ​ໃຈ​ ​ແລະ ສັດ​ຊື່​ບໍລິສຸດ​ຂອງ​ທະຫານ ​ແລະ ປະຊາຊົນ​ນະຄອນຫຼວງ ຮ່າ​ໂນ​້ຍ ທີ່ສະຫງວນ​ໃຫ້​ທະຫານ ​ແລະ ປະຊາຊົນ​ນະຄອນຫຼວງ ວຽງ​ຈັນ, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ປົກ​ປັກ​ຮັກສາ, ນຳ​ໃຊ້​ກິ​ດຈະ​ກຳ​ນີ້​​ໃຫ້ບັນລຸ​ປະສິດທິ​ຜົນ​ສູງ​ສຸດ.

 

ຂ່າວ/ບົດ​ອື່ນ