ກອງປະຊຸມ AMM 46 ມີຄວາມເປັນເອກະພາບ ກ່ຽວກັບບັນດາບັນຫາ ຕົ້ນຕໍ

ກອງປະຊຸມ AMM 46 ມີຄວາມເປັນເອກະພາບ ກ່ຽວກັບບັນດາບັນຫາ ຕົ້ນຕໍ - ảnh 1

(ພາບ:danviet.vn)

(vovworld)-  ​​ກອງ​ປະຊຸມ​ລັດຖະມົນຕີການ​ຕ່າງປະ​ເທດ​ອາ​ຊຽນ ຄັ້ງທີ 46 (AMM 46 ) ​ໄດ້​ອັດ​ລົງ​ຢູ່​ບຣູ​ໄນ ​ເມື່ອ​ວັນ​ທີ 30/6 ​ດ້ວຍ​ເລື່ອງ​ອອກ​ຖະ​ແຫຼງການ​ຮ່ວມ​ຂອງ​ກອງ​ປະຊຸມ, ​ໃນ​ນັ້ນ, ​ໄດ້​​ເປັນເອກະ​ພາບຫຼາຍບັນຫາ​ສຳຄັນ​ຄື: ຊຸກຍູ້​ວິວັດ​ການສ້າງຕັ້ງປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015, ​ເປີດ​ກ້ວາງ​ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື. ພິ​ເສດ, ອາ​ຊຽນ ບັນລຸ​ໄດ້​ຄວາມ​ເປັນ​ເອກະ​ພາບ​ສູງ​ໃນ​ການ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.

   ທີ່​ກອງ​ປະຊຸມ, ບັນດາ​ທ່ານລັດຖະມົນຕີການ​ຕ່າງປະ​ເທດ​ອາ​ຊຽນ ​ໄດ້​ຢືນຢັນ​ຄືນ​ໃໝ່​ຄວາມ​ຕັດສິນ​ໃຈ​ຍູ້​ແຮງຄວາມ​ມານະ​ພະຍາຍາມ​ສ້າງ​ປະຊາ​ຄົມ​ອາ​ຊຽນ “​ຮ່ວມ​ສຳພັນ​ດ້ານ​ເສດຖະກິດ, ຕິດ​ພັນ​ທາງ​ດ້ານການ​ເມືອງ ​ແລະ ພ້ອມ​ກັນ​ແບ່ງປັນ​ຄວາມ​ຮັບຜິດ ຊອບ​ຕໍ່​ສັງຄົມ” ດ້ວຍ​ການ​ປະຕິບັດ​ກົດ​ບັດ​ອາ​ຊຽນ ​ແລະ ຂັ້ນຕອນສ້າງ​ປະຊາ​ຄົມ​ອາ​ຊຽນ. ​ໃນ​ກອງ​ປະຊຸມ​ຄັ້ງນີ້, ບັນດາ​ທ່ານລັດຖະມົນຕີກໍ່​ໄດ້​ເນັ້ນໜັກ​ເຖິງ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ ​ແລະ ຢືນຢັນ​ຄືນ​ໃໝ່​ຄຳໝັ້ນສັນຍາຈະ​ສົມທົບກັບບັນດາ​ຄູ່​ຮ່ວມ​ມື​ຜ່ານ​ບັນດາ​ກົນ​ໄກ​ໂດຍ​ອາ​ຊຽນນຳ​ໜ້າ ຊື່​ງລວມມີ: ອາ​ຊຽນ+1, ອາ​ຊຽນ+3, ARF, ADMM+ ​ແລະ ກອງ​ປະຊຸມ​ຂັ້ນສູງ​ອາຊີ​ຕາ​ເວັນ​ອອກ (EAS) ​ໃນ​ການ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ວັດທະນາ​ຖາວອນ​ຂອງ​ພາກ​ພື້ນ. ບັນດາ​ທ່ານລັດຖະມົນຕີກໍ່​ເຫັນ​ດີ​ກັບ​ທັດສະນະ​ກ່ຽວ​ກັບບັນດາ​ບັນຫາສາກົນທີ່​ເຄັ່ງຮ້ອນ​ຄື: ສະພາບ​ການ​ໃນ​ແຫລ​ມ​ເກົາຫລີ, ສະພາບ​ການ​ຢູ່ຕາ​ເວັນ​ອອກ​ກາງ, ການ​ຮ່ວມ​ມື​ໃນ​ອາ​ເປ​ກ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ບັນດາ​ທ່ານລັດຖະມົນຕີ​ໄດ້​ຕີ​ລາຄາ​ສູງ​ການ​ແລກປ່ຽນ​ຄຳ​ເຫັນ​ກ່ຽວກັບບັນຫາ​ຕ່າງໆ, ​ໃນ​ນັ້ນມີ​ຂໍ້​ລິ​ເລີ່​ມ ​ແລະ ບັນດາວິທີ​ສຳ​ພັດ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ການ​ໂອ້​ລົມ​ສົນທະນາ ​ແລະ ​ແກ້​ໄຂ​ເຫດການ​ຕ່າງໆ​ບົນ​ທະ​ເລ​ຕາ​ເວັນ​ອອກ. ບັນດາ​​ທ່ານ​ລັດຖະມົນຕີໄດ້​ເນັ້ນໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ຖະ​ແຫລ​ງການ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC). ຫຼັກການ​ 6 ຂໍ້ຂອງອາ​ຊຽນ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ​ແລະ ຖະ​ແຫຼງການ​ຮ່ວມ​ອາ​ຊຽນ-ຈີນ ​ໃນ​ໂອກາດ​ລະນຶກ 10 ປີ​ແຫ່ງ​ວັນ​ລົງ​ນາມ​ໃນ DOC. ຕາມ​ນັ້ນ​ແລ້ວ, ບັນດາ​ທ່ານລັດຖະມົນຕີ​ໄດ້ຢືນຢັນ​ຄຳໝັນສັນຍາ​ລວມຕາມ​ຈິດ​ໃຈ DOC ຮັບປະກັນ​ແກ້​ໄຂ​ບັນດາ​ການ​ພິພາດ​ກັນ​ໂດຍ​ສັນ​ຕີ​ວິທີ​ຕາມຫຼັກການ​ຂອງ​ກົດໝາຍ​ສາກົນ, ​ໃນ​ນັ້ນມີ​ສົນທິສັນຍາ​ວ່າ​ດ້ວຍ​ທະ​ເລ​ຂອງ ສປຊ 1982, ບໍ່​ນາບ​ຂູ່ ຫຼືນຳ​ໃຊ້​ກຳລັງອາວຸດ ພ້ອມ​ທັງ​ລະງັບ​ໃຈ ບໍ່​ດຳ​ເນີນການ​ເຄື່ອນ​ໄຫວ​ໃນ​ພາກ​ພື້ນ. ບັນດາ​ປະ​ເທດ​ອາ​ຊຽນ ລໍຄອຍ​ການ​ສືບ​ຕໍ່​ພ້ອມ​ກັບ​ຈີນ ປະຕິບັດ​ທຸກ​ດ້ານ​ຂອງ DOC ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ. ພ້ອມ​ກັນນັ້ນຈະ​ສືບ​ຕໍ່​ດຳ​ເນີນ​ການ​ເຄື່ອນ​ໄຫວ​ ​ແລະ ​ໂຄງການຮ່ວມ​ມືຕ່າງໆຊື່​ງ​ໄດ້​ເປັນ​ເອກະ​ພາບ​ກັນ​ໃຫ້​ສອດຄ່ອງ​ກັບ​ເອກະສານ​ແນະນຳ​ການ​ປະຕິບັດ DOC. ບັນດາ​ທ່ານລັດຖະມົນຕີອາ​ຊຽນ ​ໄດ້​ເນັ້ນໜັກ​ຄຳ​ຮຽກຮ້ອງ​ຕ້ອງ​ສືບ​ຕໍ່​ທ່າ​ໂອ້​ລົມ​ສົນທະນາ ​ແລະ ທາ​ບທາມ​ຄວາມ​ເຫັນ​ພາຍຫຼັງການ​ທາບທາມ​ຄວາມເຫັນ​ຄັ້ງທີ 19 ຂອງ​ບັນດາ​ເຈົ້າໜ້າ​ທີ່​ຂັ້ນສູງ​ອາ​ຊຽນ-ຈີນ ​ແລະ ການ​ປະຊຸມ​ຄັ້ງທີ 8 ກຸ່ມ​ປະຕິບັດ​ງານ​ປະສົມ​ອາ​ຊຽນ-ຈີນ ກ່ຽວ​ກັບ​ການ​ປະຕິບັດ DOC. ບັນດາ​ທ່ານລັດຖະມົນຕີລໍຄອຍ​ບັນດາ​ການ​ທາ​ບທາມ​ຄວາມ​ເຫັນ​ທາງ​ການ​ລະຫວ່າງ​ອາ​ຊຽນ-ຈີນ ​ໃນ​ຂັ້ນ SOM ກ່ຽວ​ກັບ COC ​ເພື່ອ​ແນ​ໃສ່​ບັນລຸ​ໄດ້​ຂໍ້​ສະຫລຸບ​ກ່ຽວ​ກັບຫຼັກການ​ປະພຶດ​ຕໍ່​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ໄວ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ຊຸກຍູ້ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ວັດທະນາ​ຖາວອນ​ຂອງ​ພາກ​ພື້ນ.

 

 

 

 

ຂ່າວ/ບົດ​ອື່ນ