ກອງປະຊຸມ AMM 51: ລັດເຊຍ ແລະ ອີຣານ ປຶກສາຫາລືສະພາບການຢູ່ ຊີຣີ ແລະ JCPOA

(VOVWORLD) - ວັນທີ 02 ສິງຫາ, ຢູ່ນອກກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 51 (AMM 51) ພວມດຳເນີນຢູ່ ສິງກະໂປ,
ກອງປະຊຸມ AMM 51: ລັດເຊຍ ແລະ ອີຣານ ປຶກສາຫາລືສະພາບການຢູ່ ຊີຣີ ແລະ JCPOA - ảnh 1ພົນທະຫານ ລັດເຊຍ ຢູ່ນະຄອນ Aleppo ຊີຣີ (ພາບ: AFP/TTXVN)

 

ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ແລະ ຄູ່ຕຳແໜ່ງ ອີຣານ Mohammad Javad Zarif ໄດ້ປຶກສາຫາລືສະພາບການທີ່ກ່ຽວຂ້ອງເຖິງຂໍ້ຕົກລົງນິວເຄຼຍທີ່ມີຊື່ວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ແລະ ບັນຫາ ຊີຣີ.

        ທີ່ການພົບປະ, ທ່ານລັດຖະມົນຕີການຕ່າງປະເທດຂອງ ລັດເຊຍ ແລະ ອີຣານ ກໍ່ໄດ້ພ້ອມກັນປຶກສາຫາລືວຽກງານກະກຽມໃຫ້ກອງປະຊຸມສຸດຍອດ Caspi, ຄາດວ່າ ຈະດຳເນີນໄປຢູ່ນະຄອນ Aktau ຂອງປະເທດ ກາຊັກສະຖານ. ຄາດວ່າ, ກອງປະຊຸມນີ້ ຈະຮັບຮອງເອົາລະບຽບການນິຕິທຳໃຫ້ທະເລ Caspi. ນອກນັ້ນ ບັນຫາຮັກສາຂໍ້ຕົກລົງນິວເຄຼຍ ອີຣານ ກໍ່ກາຍເປັນຫົວເລື່ອງຈຸດສຸມທີ່ການພົບປະຄັ້ງນີ້ໃນສະພາວະທີ່ ອາເມລິກາ ຕົກລົງຖອນຕົວອອກຈາກ JCPOA ແລະ ຟື້ນຟູບັນດາມາດຕະການລົງໂທດຕ້ານ ອີຣານ. ບັນດາສະມາຊິກຍັງເຫຼືອໃນຂໍ້ຕົກລົງນີ້ ລ້ວນແຕ່ຄັດຄ້ານການກະທຳນີ້ຂອງ ວໍຊິງຕັນ.

ຕອບກັບ

ຂ່າວ/ບົດ​ອື່ນ