ກອງປະຊຸມ AMM 51: ສ.ເກົາຫຼີໃຫ້ຄໍາໝັ້ນສັນຍາເພີ່ມການຊ່ວຍເຫຼືອລ້າໃຫ້ແກ່ບັນດາປະເທດພາກພື້ນແມ່ນໍ້າຂອງ

(VOVWORLD) -ສ.ເກົາຫຼີຈະຜັນຂະຫຍາຍນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່ ແລະ ຕັດສິນໃຈເພີ່່ມທະວີການຮ່ວມມືກັບພາກພື້ນແມ່ນໍ້າຂອງ ກໍຄື ເພີ່ມການຊ່ວຍເຫຼືອລ້າພັດທະນາຢ່າງເປັນທາງການ (ODA) ໃຫ້ບັນດາປະເທດອາຊຽນ ....

ກອງປະຊຸມ AMM 51: ສ.ເກົາຫຼີໃຫ້ຄໍາໝັ້ນສັນຍາເພີ່ມການຊ່ວຍເຫຼືອລ້າໃຫ້ແກ່ບັນດາປະເທດພາກພື້ນແມ່ນໍ້າຂອງ - ảnh 1ທ່ານນາງ Kang Kyung - Wha ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ ພົບປະກັບຄູ່ຕໍາແໜ່ງຍີ່ປຸ່ນ Taro Kono

( ພາບ:YONHAP/TTXVN)

ສ.ເກົາຫຼີຈະຜັນຂະຫຍາຍນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່ ແລະ ຕັດສິນໃຈເພີ່່ມທະວີການຮ່ວມມືກັບພາກພື້ນແມ່ນໍ້າຂອງ ກໍຄື ເພີ່ມການຊ່ວຍເຫຼືອລ້າພັດທະນາຢ່າງເປັນທາງການ (ODA) ໃຫ້ບັນດາປະເທດອາຊຽນ ແລະ ແຫຼ່ງທຶນໃຫ້ແກ່ກອງທຶນຮ່ວມມື ພາກພື້ນແມ່ນໍ້າຂອງ - ສ.ເກົາຫຼີ (MKCF). ນີ້ແມ່ນຖະແຫຼງການຂອງທ່ານນາງ Kang Kyung - Wha ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ ຢູ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ພາກພື້ນແມ່ນໍ້າຂອງ - ສ.ເກົາຫຼີຄັ້ງທີ 8 ເຊິ່ງໄດ້ດໍາເນີນໃນຕອນເຊົ້າວັນທີ 03 ສິງຫາ ຢູ່ສິງກະໂປ, ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 51 (AMM 51) ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ.

        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ  ຖືວ່າ ໃນໄລຍະຈະມາເຖິງ, ບັນດາປະເທດພາກພື້ນແມ່ນໍ້າຂອງ ແລະ ສ.ເກົາຫຼີ ຕ້ອງຖືເປັນສໍາຄັນການຮ່ວມມືກັນປົກປັກຮັກສາສິ່ງແວດລ້ອມ, ປ້ອງກັນ, ຕ້ານ ແລະ ແກ້ໄຂບັນດາໄພພິບັດທີ່ເກີດຂຶ້ນໃນພາກພື້ນແມ່ນໍ້າຂອງ ຢ່າງມີປະສິດທິຜົນ ແລະທັນການ, ຄຸ້ມຄອງແຫຼ່ງນໍ້າໃນແມ່ນໍ້າຂອງ ແບບຍືນຍົງ ແລະ ເປີດກວ້າງການຮ່ວມມືກັບຄະນະກໍາມາທິການແມ່ນໍ້າຂອງ. ໄປຄຽງຄູ່ກັນນັ້ນ, ສອງຝ່າຍກໍຄວນຍູ້ແຮງການຮ່ວມມືໃນດ້ານອຸດສາຫະກໍາ, ໂດຍສະເພາະແມ່ນການຮ່ວມມືໃນດ້ານກະສິກໍາທີ່ໝູນໃຊ້ເຕັກໂນໂລຢີທັນສະໄໝ; ເພີ່ມທະວີການເຊື່ອມຕໍ່ໃນພາກພື້ນ ໂດຍຜ່ານບັນດາແລວທາງຄົມມະນາຄົມສາກົນ ແລະ ລະບົບການບໍລິການ Logistic ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ