ກອງປະຊຸມ AMM-55: ບັນດາປະເທດໃຫ້ຄຳໝັ້ນສັນຍາຍູ້ແຮງການປະຕິບັດສົນທິສັນຍາພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ປອດອາວຸດນິວເຄຼຍ

(VOVWORLD) - ກ່າວຄຳເຫັນນະທີ່ນີ້, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຢັ້ງຢືນ ຄຸ້ນຄ່າຂອງສົນທິສັນຍາໃນສະພາບຂາດສະຖຽນລະພາບ ແລະ ສັບສົນຄືໃນປະຈຸບັນ, ສະເໜີໃຫ້ ອາຊຽນ ຍົກສູງບົດບາດທີ່ຕັ້ງ ແລະ ຄຸນຄ່າຂອງ SEANWFZ...
ກອງປະຊຸມ AMM-55: ບັນດາປະເທດໃຫ້ຄຳໝັ້ນສັນຍາຍູ້ແຮງການປະຕິບັດສົນທິສັນຍາພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ປອດອາວຸດນິວເຄຼຍ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: baoquocte.vn)

ວັນທີ 3 ສິງຫາ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 55 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ໄຂຂຶ້ນຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ.

        ກ່ອນໜ້ານັ້ນ, ວັນທີ 2 ສິງຫາ, ຢູ່ພະນົມເປັນ, ໄດ້ຈັດກອງປະຊຸມຄະນະກຳມະການສົນທິສັນຍາພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ປອດອາວຸດນິວເຄຼຍ (SEANWFZ). ນີ້ແມ່ນການເຄື່ອນໄຫວທຳອິດໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 55 (AMM-55) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ, ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ດັ່ງກ່າວ. ທີ່ SEANWFZ, ບັນດາປະເທດສືບຕໍ່ໃຫ້ຄຳໝັ້ນສັນຍາຍູ້ແຮງການປະຕິບັດສົນທິສັນຍາ SEANWFZ, ຮັບຮູ້ບັນດາໝາກຜົນທີ່ບັນລຸໄດ້ໃນການຜັນຂະຫຍາຍແຜນການກະທຳເພີ່ມທະວີການປະຕິບັດ SEANWFZ ໄລຍະ 2018 – 2022, ພົ້ນເດັ່ນແມ່ນການຮ່ວມມືຍົກສູງກຳລັງຄວາມສາມາດຮັບມືກັບໄພອັນຕະລາຍຂອງການແຜກຳມັນຕະພາບລັງສີ, ນິວເຄຼຍ, ໃນນັ້ນມີການສ້າງຕັ້ງກຸ່ມປະຕິບັດງານເພື່ອຮັບມືສຸກເສີນ, ກວດກາການແຜ່ກຳມັນຕະພາບລັງສີ, ຕີລາຄາຄວາມສ່ຽງກະຈາຍການແຜ່ກຳມັນຕະພາບລັງສີ… ແລະ ຕົກລົງການຕໍ່ກຳນົດເວລາແຜນການກະທຳໃຫ້ແກ່ໄລຍະ 2022 – 2026.

        ກ່າວຄຳເຫັນນະທີ່ນີ້, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຢັ້ງຢືນ ຄຸ້ນຄ່າຂອງສົນທິສັນຍາໃນສະພາບຂາດສະຖຽນລະພາບ ແລະ ສັບສົນຄືໃນປະຈຸບັນ, ສະເໜີໃຫ້ ອາຊຽນ ຍົກສູງບົດບາດທີ່ຕັ້ງ ແລະ ຄຸນຄ່າຂອງ SEANWFZ, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຂອງປະຊາຄົມສາກົນ ກ່ຽວກັບການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພດ້ານນິວເຄຼຍ. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ກໍ່ສະເໜີຕ້ອງມານະພະຍາຍາມຊອກຫາມາດຕະການໃຫ້ແກ່ການລົງນາມໃນອະນຸສັນຍາ SEANWFZ.

        ແລະ ກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ສປປ ລາວ ສະເຫຼີມໄຊ ກົມມະສິດ. ນະທີ່ນີ້, ລັດຖະມົນຕີ ສອງທ່ານເຫັນດີເປັນເອກະພາບຜັນຂະຫຍາຍຂໍ້ຕົກລົງຮ່ວມມືລະຫວ່າງລັດຖະມົນຕີການຕ່າງປະເທດ ສອງປະເທດໄລຍະ 2021 – 2025, ໃນນັ້ນມີບັນດາກົນໄກປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ, ການພົບປະແລກປ່ຽນວຽກງານຂອງແມ່ຍິງ, ແລກປ່ຽນບົດຮຽນປະສົບການກ່ຽວກັບການພົວພັນຕ່າງປະເທດດ້ານເສດຖະກິດ, ເພີ່ມທະວີການສົມທົບ, ສະໜັບສະໜູນເຊິ່ງກັນ ແລະ ກັນທີ່ບັນດາເວທີປາໄສສາກົນ, ພາກພື້ນ ແລະ ອະນຸພາກພື້ນ, ຮັກສາຄວາມສາມັກຄີ ແລະ ການປັບປຸງບົດບາດໃຈກາງຂອງ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ