ກອງ​ປະ​ຊຸມ AMRM 2022: ອິນ​ໂດ​ເນ​ເຊຍ ເນັ້​ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ສືບ​ຕໍ່​ຮັກ​ສາ​ສະ​ຖຽນ​ລະ​ພາບ ແລະ ສັນ​ຕິ​ພາບ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ

(VOVWORLD) -ຖະແຫຼງການຂອງທ່ານນາງ Retno Marsudi ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ການປະຕິບັດການເຈລະຈາກ່ຽວກັບກົດແຫ່ງການປະພຶດໃຫ້ສຳເລັດແມ່ນສິ່ງສຳຄັນທີ່ສຸດ.

ກອງ​ປະ​ຊຸມ AMRM 2022: ອິນ​ໂດ​ເນ​ເຊຍ ເນັ້​ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ສືບ​ຕໍ່​ຮັກ​ສາ​ສະ​ຖຽນ​ລະ​ພາບ ແລະ ສັນ​ຕິ​ພາບ​ຢູ່​ທະ​ເລ​ຕ​າ​ເວັນ​ອອກ - ảnh 1ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ Retno Marsudi
(ພາບ: AFP/TTXVN)

ວັນທີ 17 ກຸມພາ, ກ່າວຄຳເຫັນທີ່ກອງປະຊຸມວົງແຄບບັນດາລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ (AMMR) ໂດຍ ກຳປູເຈຍເປັນເຈົ້າພາບຈັດຂຶ້ນ, ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ Retno Marsudi ເນັ້ນໜັກເຖິງຄວາມສຳຄັນຂອງການສືບຕໍ່ຮັກສາສະຖຽນລະພາບ ແລະ ສັນຕິພາບຢູ່ທະເລຕາເວັນອອກ.  

ຖະແຫຼງການຂອງທ່ານນາງ Retno Marsudi ໄດ້ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ ການປະຕິບັດການເຈລະຈາກ່ຽວກັບກົດແຫ່ງການປະພຶດໃຫ້ສຳເລັດແມ່ນສິ່ງສຳຄັນທີ່ສຸດ. ເຖິງຢ່າງໃດກໍ່ຕາມ, ໝາກຜົນຂອງການເຈລະຈາຕ້ອງແທດຈິງ, ມີປະສິດທິຜົນ ແລະ ຕ້ອງສອດຄ່ອງກັບສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

ນອກຈາກເນື້ອໃນດັ່ງກ່າວ, ທ່ານນາງ ລັດຖະມົນຕີການຕ່າງປະເທດ Retno Marsudi ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການປັບປຸງໂຄງປະກອບດ້ານການແພດຢູ່ພາກພື້ນທີ່ແຕກຕ່າງກັນ ໂດຍໄດ້ສ້າງຕັ້ງຂຶ້ນໃນ 2 ປີຜ່ານມາ ເພື່ອກຽມພ້ອມຮັບມືກັບໂລກລະບາດໃນອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ