ກອງປະຊຸມ ASEP 7 ໄດ້ຮັບພົນສຳລັດຢ່າງຈົບງາມ

ກອງປະຊຸມ ASEP 7 ໄດ້ຮັບພົນສຳລັດຢ່າງຈົບງາມ - ảnh 1
​ທ່ານນາງ ປານີ ຢາ​ທໍ່​ຕູ, ປະທານ ASEP 7
(ພາບ: TTXVN)


(vovworld) -     ຕອນ​ບ່າຍ​ວັນ​ທີ 4/10, ກອງ​ປະຊຸມການ​ເປັນຄູ່​ຮ່ວມ​ລັດຖະສະພາ​ອາຊີ - ​ເອີ​ລົບ ຄັ້ງ​ທີ 7 (ASEP 7) ​ໄດ້ຮັບ​ພົນສຳ​ເລັດ​ຢ່າງ​ຈົບງາມ​ພາຍຫຼັງການ​ເຮັດ​ວຽກ​ມາ​ເປັນ​ເວລາ 2 ວັນ. ​ກອງ​ປະຊຸມ​​ໄດ້ຮັບ​ຟັງ​ບົດ​ປະກອບ​ຄຳ​ເຫັນຫຼາຍ​ບົດຂອງ​ບັນດາ​ຫົວໜ້າຄະນະຜູ້​ແທນ ​ແລະ ສອງ​ກຸ່ມ​ປຶກສາ​ຫາລື​ກ່ຽວ​ກັບ​​ບັນຫາເພີ່ມ​ທະວີ​ການ​ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ໜິ້ສາທາລະນະ, ລະດົມ​ບັນດາ​​ແຫ່ງ​ກຳລັງ ​ແລະ ​ເພີ່ມ​ທະວີ​ການ​ເຂົ້າຮ່ວມ​ຂອ​ງສັງຄົມ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ. ກອງ​ປະຊຸມ​ໄດ້​ຮັບ 4 ປະ​ເທດ​​ເຂົ້າ​ເປັນສະມາຊິກ​ໃໝ່​ເຊິ່ງລວມມີ ອົດ​ສະ​ຕາ​ລີ, ມ້ຽມມາ, ນິວຢີ​ແລນ ​ແລະ ສະຫະພັນ​ລັດ​ເຊຍ.

        ກ່າວ​ຄຳ​ເຫັນປິດ​ກອງ​ປະຊຸມ, ທ່ານ​ນາງ ປານີ ຢາ​ທໍ່​ຕູ, ປະທານ ASEP 7, ປະທານ​ສະພາ​ແຫ່ງ​ຊາດ​ລາວ ຊີ້​ແຈ້​ງວ່າ, ກອງ​ປະຊຸມ​ໄດ້​ຮັບພົນ​ສຳ​​ເລັດ​ຢ່າງ​ຈົບງາມ, ປະ​ກອບ​ສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ​​ແລະ ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ອາຊີ ​ແລະ ​ເອີ​ລົບ ​ກວ່າ​ອີກ. ບົນ​ຈິດ​ໃຈ​ມິດຕະພາບ , ສ້າງສັນ, ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ບັນຫາ​ຮີບ​ດ່ວນ ​ແລະ ສິ່ງ​ທ້າ​ທາຍ​ນາໆ​ປະການ​ສຳ​ຫຼັບກັບຄວາມ​ສະຫງົບປອດ​ໄພ, ​ສະຖຽນ​ລະ​ພາບ​ດ້ານ​ເສດຖະກິດ​, ສັງຄົມ ກໍ​ຄື​ການ​ພັດທະນາຢ່າງ​ໝັ້ນ​ຄົງ​ຂອງ​ປະຊາ​ຄົມ​ໂລກ ​ເພື່ອ​ແນ​ໃສ່​ນຳ​ມາ​ເຊິ່ງຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ໃຫ້​ບັນດາຊາດຢູ່​ສອງ​ທະວີບອາຊີ - ​ເອີ​ລົບ.

ຂ່າວ/ບົດ​ອື່ນ