ກອງປະຊຸມ ASOSAI 14 - ຂີດໝາຍຜົນສຳເລັດທາງດ້ານການເມືອງ, ການທູດສຳລັບຫວຽດນາມ

(VOVWORLD) -ກອງປະຊຸມ ASOSAI 14 – ແມ່ນຂີດໝາຍຜົນສຳເລັດທາງດ້ານການເມືອງ, ການທູດສຳລັບຫວຽດນາມ.

ກອງປະຊຸມ ASOSAI 14 - ຂີດໝາຍຜົນສຳເລັດທາງດ້ານການເມືອງ, ການທູດສຳລັບຫວຽດນາມ - ảnh 1 ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່ງກວັກຫ໋ຽນ

(ພາບ: TTXVN)

ນີ້ແມ່ນຄຳຢືນຢັນຂອງທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່ງກວັກຫ໋ຽນ, ຫົວໜ້າຄະນະຊີ້ນຳກອງປະຊຸມໃຫຍ່ບັນດາອົງການກວດສອບສູງສຸດອາຊີ ຄັ້ງທີ 14 (ASOSAI 14) ທີ່ກອງປະຊຸມສະຫຼຸບວຽກງານຈັດຕັ້ງກອງປະຊຸມດັ່ງກ່າວໃນຕອນບ່າຍວັນທີ 18 ຕຸລາ, ຢູ່ຮ່າໂນ້ຍ.

        ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວັກຫ໋ຽນ ໃຫ້ຮູ້ວ່າ, ຜົນສຳເລັດຂອງ ASOSAI ເປັນຄັ້ງທຳອິດທີ່ໄດ້ຈັດຕັ້ງຢູ່ຫວຽດນາມ ບໍ່ພຽງແຕ່ມີຄວາມໝາຍສຳຄັນສຳລັບອົງການກວດສອບແຫ່ງລັດເທົ່ານັ້ນ, ຫາກຍັງແມ່ນຂີດໝາຍຜົນສຳເລັດທາງດ້ານການເມືອງ ແລະ ການທູດສຳລັບຫວຽດນາມ ອີກດ້ວຍ. ຜົນສຳເລັດຂອງ ASOSAI 14 ໄດ້ຊ່ວຍໃຫ້ອົງການກວດສອບແຫ່ງລັດຫວຽດນາມ ຢືນຢັນທີ່ຕັ້ງບົດບາດ ແລະ ຄວາມໄວ້ເນື້ອເຊື່ອໃຈກັບບັນດາອົງການກວດສອບແຫ່ງລັດສູງສຸດສະມາຊິກ ໃນບົດບາດເປັນປະທານຈັດຕັ້ງ ASOSAI ອາຍຸການ 2018 – 2021.

ຕອບກັບ

ຂ່າວ/ບົດ​ອື່ນ