ກອງປະຊຸມ CLV-10 ອອກຖະແຫລງການຮ່ວມນຳມາເຊິ່ງກຳລັງຫນູນການຮ່ວມມືຢ່າງແຮງ

(VOVWORLD) -ກອງປະຊຸມສຸດຍອດການຮ່ວມມືເຂດສາມຫລ່ຽມພັດທະນາກຳປູເຈຍ-ລາວ- ຫວຽດນາມ ຄັ້ງທີ10 ດຳເນີນໃນຕອນບ່າຍວັນທີ 31 ມີນາ ຢູ່ ຮ່າໂນ້ຍ 
ກອງປະຊຸມ CLV-10 ອອກຖະແຫລງການຮ່ວມນຳມາເຊິ່ງກຳລັງຫນູນການຮ່ວມມືຢ່າງແຮງ - ảnh 1 ພິທີລົງນາມໃນຖະແຫລງການຮ່ວມ ການຮ່ວມມືເຂດສາມຫລ່ຽມພັດທະນາ

ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hunsen ແລະ ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ.ເຂົ້າຮ່ວມກອງປະຊຸມຍັງມີທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi, ທ່ານປະທານທະນາຄານພັດທະນາອາຊີ Takehiko Nakao, ຜູ້ອຳນວຍການຝ່າຍບໍລິຫານທະນາຄານໂລກ (WB ) Joaquim Levy.  ນີ້ແມ່ນຄັ້ງທຳອິດ ການນຳຂັ້ນສູງບັນດາອົງການຈັດຕັ້ງສາກົນ ADB, WB ແລະ ອາຊຽນ ເຂົ້າຮ່ວມກອງປະຊຸມສຸດຍອດ CLV.

        ກອງປະຊຸມໄດ້ຮັບຮູ້ບັນດາຄວາມກ້າວຫນ້າໃນການຮ່ວມມືລະຫວ່າງສາມປະເທດທີ່ບັນລຸໄດ້ໃນຫລາຍຂົງເຂດ ຈາກພື້ນຖານໂຄງລ່າງຕະຫລອດຮອດການສ້າງຄວາມສະດວກໃຫ້ດ້ານການຄ້າ, ເນັ້ນຫນັກຄວາມສຳຄັນຂອງການຮ່ວມມືລະຫວ່າງສາມປະເທດໃນການຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ຫນູນຊ່ວຍວິວັດການພັດທະນາເສດຖະກິດສັງຄົມຂອງແຕ່ລະປະເທດ, ຊ່ວຍ 13 ແຂວງເຂດຊາຍແດນຮັດແຄບຊ່ອງຫວ່າງການພັດທະນາ.

ກ່ຽວກັບການກຳນົດທິດຮ່ວມມືໃນໄລຍະຈະມາເຖິງ, ບັນດາການນຳໄດ້ຢືນຢັນຄຳໝັ້ນສັນຍາຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງສາມປະເທດກວ່າອີກ, ປະກອບສ່ວນສ້າງບັນດາພື້ນຖານເສດຖະກິດ ກຳປູເຈຍ, ລາວ, ຫວຽດນາມ ເຊື່ອມໂຍງ, ໝັ້ນຄົງ, ວັດທະນາຖາວອນ ແລະ ແມ່ນພາກສ່ວນຫນຶ່ງທີ່ຂາດບໍ່ໄດ້ຂອງວິໄສທັດປະຊາຄົມອາຊຽນປີ 2025. ກອງປະຊຸມໄດ້ເນັ້ນຫນັກຢ່າງແຮງເຖິງຄວາມຈຳເປັນຕ້ອງເພີ່ມທະວີການເຊື່ອມຈອດລະຫວ່າງສາມພື້ນຖານເສດຖະກິດເພື່ອແນໃສ່ຍົກສູງກຳລັງຄວາມສາມາດແກ້ງແຍ້ງເສດຖະກິດ, ເຂົ້າຮ່ວມບັນດາລະບົບມູນຄ່າພາກພື້ນ ແລະ ທົ່ວໂລກຢ່າງມີປະສິດທິຜົນ ແລະ ຮັບມືກັບບັນດາສິ່ງທ້າທາຍລວມ.

ກອງປະຊຸມໄດ້ເຫັນດີເປັນເອກະພາບເປີດກວ້າງການຮ່ວມມືເຂດສາມຫລ່ຽມພັດທະນາ ກຳປູເຈຍ ລາວ ແລະ ຫວຽດນາມ ເທື່ອລະກ້າວ ມຸ້ງໄປເຖິງກວມລວມທົ່ວ ສາມປະເທດ, ບໍ່ພຽງແຕ່ຈຳກັດຢູ່ 13 ແຂວງຊາຍແດນ. ເພື່ອເລີ່ມປະຕິບັດວິວັດການນີ້, ບັນດາການນຳໄດ້ຮັບຮອງເອົາແຜນການສັງລວມກ່ຽວກັບການເຊື່ອມຕໍ່ສາມພື້ນຖານເສດຖະກິດກຳປູເຈຍ-ລາວ-ຫວຽດນາມຮອດປີ 2030. ຄຽງຄູ່ກັນນັ້ນ ບັນດາການນຳກໍ່ໄດ້ຊີ້ນຳຄະນະກຳມະການປະສານງານຮ່ວມຕັ້ງຫນ້າຜັນຂະຫຍາຍບາງເນື້ອໃນເພື່ອແນໃສ່ຍົກສູງປະສິດທິຜົນການຮ່ວມມື.

ທີ່ການປະຊຸມຂ່າວສາກົນພາຍຫລັງສິ້ນສຸດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ:

        “ນາຍົກລັດຖະມົນຕີທັງສາມທ່ານ ລ້ວນແຕ່ມີຄວາມຕັດສິນໃຈຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອສ້າງການພົວພັນໄມຕິຈິດຊື່ງ 3 ຊາດໄດ້ເພີ່ມພູນຄູນສ້າງ. ນອກນັ້ນ ມີຄວາມເປັນເອກະພາບຫລາຍເນື້ອໃນສຳຄັນຂອງກອງປະຊຸມ, ເຫັນດີຈະເປີດຫນ້າໃຫມ່ໃນການຮ່ວມມືພັດທະນາ. ສືບທອດຜົນງານທີ່ບັນລຸໄດ້, ການນຳສາມປະເທດ ຕົກລົງເພີ່ມທະວີການຮ່ວມມືຮອບດ້ານກວ່າ ແລະ ມອບໃຫ້ບັນດາອົງການກ່ຽວຂ້ອງຂອງສາມປະເທດຄົ້ນຄ້ວາເພື່ອກ້າວໄປເຖິງການເປີດກວ້າງ. ນີ້ແມ່ນການເຕີບໂຕສຳຄັນບໍ່ພຽງແຕ່ຂອງສາມປະເທດເທົ່ານັ້ນຫາກນັບທັງ ອາຊຽນ ອີກດ້ວຍ. ກອງປະຊຸມກໍ່ໄດ້ຍົກອອກມາດຕະການລະອຽດໃນໄລຍະຈະມາເຖິງ, ນັ້ນແມ່ນແຜນການດຳເນີນງານເຊື່ອມຕໍ່ 3 ພາກພື້ນ, ນຳເຂດສາມຫລ່ຽມພັດທະນາກາຍເປັນສ່ວນຫນຶ່ງທີ່ຂາດບໍ່ໄດ້ຂອງອາຊຽນ, ວາງບຸລິມະສິດສູງສຸດໃຫ້ຄວາມສະດວກດ້ານການຄ້າ ແລະ ການລົງທຶນ.”

        ກ່ຽວກັບແຜນການເຊື່ອມຕໍ່ 3 ພື້ນຖານເສດຖະກິດຮອດປີ 2030, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໃຫ້ຮູ້ວ່າ:

        “ນີ້ແມ່ນເນື້ອໃນສຳຄັນ. ກ່ອນອື່ນໝົດແມ່ນເຊື່ອມຕໍ່ລະບອບນະໂຍບາຍລວມມີ ເພີ່ມທະວີການເຜີຍແຜ່ນະໂຍບາຍກົດໝາຍ. ທີສອງ ແມ່ນເຊື່ອມຕໍ່ພື້ນຖານໂຄງລ່າງສຸມໃສ່ເຂົ້າໃນການຍົກລະດັບບັນດາສາຍທາງຄົມມະນາຄົມ, ໄຟຟ້າ, ການຄ້າ, ການທ່ອງທ່ຽວ. ທີສາມ ແມ່ນເຊື່ອມຕໍ່ມະນຸດ ລວມມີການຮ່ວມມືໃນຂົງເຂດການສຶກສາບຳລຸງສ້າງ,ສາທາລະນະສຸກ, ກິລາ, ວັດທະນະທຳ. ດ້ວຍການສົມທົບຢ່າງຄົບຊຸດນີ້ ແນ່ນອນວ່າ ເຂດສາມຫລ່ຽມພັດທະນາຈະມີບາດກ້າວພັດທະນາໃນໄລຍະຈະມາເຖິງ.”

ເນື່ອງໃນໂອກາດນີ້  ນາຍົກລັດຖະມົນຕີສາມທ່ານໄດ້ລົງນາມໃນຖະແຫລງການຮ່ວມກ່ຽວກັບການຮ່ວມມືເຂດສາມຫລ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ, ເປັນເອກະພາບຈັດຕັ້ງກອງປະຊຸມສຸດຍອດເຂດສາມຫລ່ຽມພັດທະນາກຳປູເຈຍ-ລາວ-ຫວຽດນາມຄັ້ງທີ 11 ຢູ່ ສປປລາວ.

ຕອບກັບ

ຂ່າວ/ບົດ​ອື່ນ