ກອງ​ປະ​ຊຸມ Davos 2024: ທ່ານ​ປະ​ທານ WEF ເນັ້ນ​ໜັກ​ນ້ຳ​ໃຈ​ສາ​ມັກ​ຄີ​ທົ່ວ​ໂລກ

(VOVWORLD) - ດ້ວຍຫົວເລື່ອງ “ສ້າງຄວາມໄວ້ເນື້ອເຊື່ອໃຈຄືນໃໝ່”, ກອງປະຊຸມທີ່ຈັດຂຶ້ນໃນເວລາ 5 ວັນນີ້ ໄດ້ສຸມໃສ່ 4 ບຸລິມະສິດຕົ້ນຕໍ
ກອງ​ປະ​ຊຸມ Davos 2024: ທ່ານ​ປະ​ທານ WEF ເນັ້ນ​ໜັກ​ນ້ຳ​ໃຈ​ສາ​ມັກ​ຄີ​ທົ່ວ​ໂລກ - ảnh 1

(ພາບ: AFP/TTXVN)

    ກອງປະຊຸມປະຈຳປີຄັ້ງທີ 54 ເວທີປະໄສເສດຖະກິດໂລກ (WEF)  ທີ່ຈັດຂຶ້ນຢູ່ນະຄອນ Davos ປະເທດ ສະວິດ ໄດ້ອັດລົງໃນວັນທີ 19 ມັງກອນ ພາຍຫຼັງໄດ້ເຮັດວຽກມາເປັນເວລາ 5 ວັນ ໂດຍໄດ້ປຶກສາຫາລືກ່ຽວກັບຫຼາຍຫົວເລື່ອງ.

   ໃນບົດກ່າວປາໄສອັດກອງປະຊຸມ, ທ່ານປະທານ WEF Borge Brende ໄດ້ຮຽກຮ້ອງການສ້າງຄວາມໄວ້ເນື້ອເຊື່ອໃຈ ໃນສະພາບການໂລກ ນັບມື້ນັບມີການແຕກແຫງ ແລະ ຈັດແບ່ງຂົ້ວ. ທ່ານໄດ້ເນັ້ນໜັກເຖິງບົດບາດຂອງເວທີປາໄສ ໃນການປຸກລຸກ “ນ້ຳໃຈສາມັກຄີ” ໃນທົ່ວໂລກ, ພ້ອມທັງຢືນຢັນວ່າ ການຮ່ວມມືອາດຈະນຳມາເຊິ່ງບັນດາໝາກຜົນທີ່ຕັ້ງໜ້າ ແລະ ມີຄວາມໝາຍ.

   ດ້ວຍຫົວເລື່ອງ “ສ້າງຄວາມໄວ້ເນື້ອເຊື່ອໃຈຄືນໃໝ່”, ກອງປະຊຸມທີ່ຈັດຂຶ້ນໃນເວລາ 5 ວັນນີ້ ໄດ້ສຸມໃສ່ 4 ບຸລິມະສິດຕົ້ນຕໍ ຄື: ການເພີ່ມທະວີການຮ່ວມມືໃນໂລກທີ່ນັບມື້ນັບໄດ້ແບ່ງແຍກກັນ, ຊຸກຍູ້ການເຕີບໂຕເສດຖະກິດ ແລະ ວຽກເຮັດງານທຳໃນໄລຍະໃໝ່, ບັນດາມາດຕະການ ນຳ AI ກາຍເປັນກຳລັງໜູນໃຫ້ແກ່ການເຕີບໂຕເສດຖະກິດ ກໍ່ຄືພັດທະນາສັງຄົມ ແລະ ສ້າງຍຸດທະສາດຍາວນານ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມໝັ້ນຄົງດ້ານພະລັງງານ.

ຕອບກັບ

ຂ່າວ/ບົດ​ອື່ນ