ກອງປະຊຸມ Eurogroup ກ່ຽວກັບເກຼັກບໍ່ທັນບັນລຸໄດ້ຂໍ້ຕົກລົງເທື່ອ

ກອງປະຊຸມ Eurogroup ກ່ຽວກັບເກຼັກບໍ່ທັນບັນລຸໄດ້ຂໍ້ຕົກລົງເທື່ອ - ảnh 1
(ພາບປະກອບ)

(vovworld) - ກອງ​ປະຊຸມ​ກຸ່ມ​ບັນດາ​ລັດຖະມົນຕີ​ການ​ເງິນ​ພາກ​ພື້ນ​ນຳ​ໃຊ້​ສະກຸນ​ເງິນ​ລວມ​ເອີ​ລົບ (Eurogroup) ປຶກສາ​ຫາລື​ຂໍ້​ສະ​ເໜີ​ຂອງ ເກຼັກ ກ່ຽວ​ກັບ​ການ​ປະຕິ​ຮູບ ​ແລະ ຫຼຸດຜ່ອນ​ການ​ໃຊ້​ຈ່າຍ ​ເພື່ອ​ແລກ​ເອົາ​ບ້ວງ​ກູ້​ຊ່ວຍດ້ານ​ການ​ເງິນ​ທີ 3 ທີ່​ມີ​ມູນ​ຄ່າ 53,5 ຕື້​ເອີ​ໂຣ ​ໄດ້​ສິ້ນ​ສຸດ​ໃນ​ຕອນ​ຄຳ່​ວັນ​ທີ 11/7 ຢູ່​ ບຣຸກ​ແຊນ (​ແບນ​ຊິກ) ​ແຕ່​ບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ໃດໆ. ປະທານ Eurogroup, ລັດຖະມົນຕີ​ວ່າການ​ກະຊວງ​ການ​ເງິນ​ຮອນ​ລັງ Jeroen Dijsselbloem ຍອມຮັບ​ວ່າ, ສະພາບ​ການ​ຍັງ​ຫຍຸ້ງຍາກ​ຫຼາຍ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, Eurogroup ​ໃຫ້​ຮູ້​​ໄດ້​ຮຽກ​ໂຮມ​ການ​ປະຊຸມ​ປຶກສາ​ຫາລື​ກ່ຽວ​ກັບ​ວິ​ກິດ​ການເກຼັກ ຄືນ​​ໃໝ່ໃນຕອນ​ບ່າຍ​ວັນ​ທີ12/7.

ຂ່າວ/ບົດ​ອື່ນ