ກອງ​ປະ​ຊຸມ G20: ບັນ​ດາ​ການ​ນຳ​ປະ​ເຊີນ​ຫ​ນ້າ​ກັບ​ການ​ປຶກ​ສາ​ຫາ​ລື​ທີ່​ຫ​ຍຸ້ງ​ຍາກ​ກ່ຽວ​ກັບ​ອາ​ກາດ

(VOVWORLD) -ປະທານາທິບໍດີ ຝລັ່ງ Emmanuel Macron ຖືວ່າ: ກອງປະຊຸມສຸດຍອດ G20 ຢູ່ ໂຣມ ຕ້ອງມານະພະຍາຍາມຈົນສຸດຄວາມສາມາດເພື່ອຮັບປະກັນຜົນສຳເລັດຂອງ Glasgow.



ກອງ​ປະ​ຊຸມ G20: ບັນ​ດາ​ການ​ນຳ​ປະ​ເຊີນ​ຫ​ນ້າ​ກັບ​ການ​ປຶກ​ສາ​ຫາ​ລື​ທີ່​ຫ​ຍຸ້ງ​ຍາກ​ກ່ຽວ​ກັບ​ອາ​ກາດ - ảnh 1ບັນດາຜູ້ແທນປຶກສາຫາລືຢູ່ກອງປະຊຸມສຸດຍອດ G20 ຢູ່ ໂຣມ (ພາບ: AFP/TTXVN )

ວັນທີ 31 ຕຸລາ ແມ່ນມື້ທີ 2 ຂອງກອງປະຊຸມ,  ການນຳກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນ (G20) ເຂົ້າຮ່ວມກອງປະຊຸມສຸດຍອດ ຊື່ງດຳເນີນ ຢູ່ ໂຣມ ປະເທດ ອີຕາລີ ຕ້ອງປະເຊີນຫນ້າກັບຫນ້າທີ່ອັນຫຍຸ້ງຍາກ ນັ້ນແມ່ນ ຜ່ານຜ່າຄວາມບໍ່ລົງລອຍກັນກ່ຽວກັບການຍົກອອກຄຳໝັ້ນສັນຍາກ່ຽວກັບວິທີການຮັບມືກັບສະພາບຫນ່ວຍໂລກອຸ່ນຂຶ້ນຕໍ່ຫນ້າກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາ ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26), ຊື່ງຄາດວ່າ ດຳເນີນແຕ່ວັນທີ 31 ຕຸລາ ຫາວັນທີ 12 ພະຈິກ.

ປະທານາທິບໍດີ ຝລັ່ງ Emmanuel Macron ຖືວ່າ: ກອງປະຊຸມສຸດຍອດ G20 ຢູ່ ໂຣມ ຕ້ອງມານະພະຍາຍາມຈົນສຸດຄວາມສາມາດເພື່ອຮັບປະກັນຜົນສຳເລັດຂອງ Glasgow.

ກ່ອນຫນ້ານັ້ນ, ທ່ານ Mario Draghi   ນາຍົກລັດຖະມົນຕີ ອີຕາລີ ປະເທດພວມຮັກສາປະທານໝູນວຽນ G20, ເປັນເຈົ້າພາບຈັດກອງປະຊຸມ ໄດ້ເລັ່ງທວງບັນດາການນຳ G20 ຕ້ອງມີການກະທຳຕ້ານການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ