ກອງປະຊຸມ G20 ບໍ່ໄດ້ຮັບຜົນກ່ຽວກັບການຄ້າເສລີ ແລະ ຕ້ານການອາລັກຂາດ້ານການຄ້າ

ກອງປະຊຸມ G20 ບໍ່ໄດ້ຮັບຜົນກ່ຽວກັບການຄ້າເສລີ ແລະ ຕ້ານການອາລັກຂາດ້ານການຄ້າ - ảnh 1
(ພາບປະກອບ)

(vovworld) - ພາຍຫຼັງການ​ປະຊຸມ​ໃນ​ລະຫວ່າງ​ວັນ​ທີ 17-18/3 ຢູ່ Baden-Baden, ປະ​ເທດ ​ເຢັຍລະ​ມັນ, ກອງ​ປະຊຸມ​ລັດຖະມົນຕີ​ການ​ເງິນ ​ແລະ ຜູ້​ວ່າການ​ທະນາຄານ ກຸ່ມ​ບັນດາ​ປະ​ເທດ​ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​ແຖວ​ໜ້າ​ໂລກ (G20) ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ, ​ແຕ່​ບໍ່​ມີ​ຄຳ​ໝັ້ນ​ສັນຍາ​ໃດ​ກ່ຽວ​ກັບ​ດ້ານ​ການ​ຄ້າ​ເສລີ ​ແລະ ​ຕ້ານ​ການ​ອາລັກຂາ​ດ້ານ​ການ​ຄ້າຢ່າງ​ຈະ​ແຈ້ງເທື່ອ. ດ້ວຍ​ເລື່ອງ​ພຽງ​ແຕ່​ເຕື້ອງ​ເຖິງ​ດ້ານ​ການ​ຄ້າ​ໃນ​ຖະ​ແຫຼ​ງການ​ຮ່ວມ, ບັນດາ​ເຈົ້າ​ໜ້າ​ທີ່ G20 ​ໄດ້​ທຳລາຍ​ມູນ​ເຊື້ອ​ທີ່​ແກ່ຍາວ​ມາ​ເປັນ​ເວລາ​ໜຶ່ງ​ທົດ​ສະ​ວັດ​ຜ່ານ​ມາ​ກ່ຽວ​ກັບ​ການ​ສະໜັບສະໜູນ​​ການ​ຄ້າ​ເປີດ. ນີ້​ແມ່ນ​ການ​ປະລາ​ໄຊ​ຢ່າງ​ຈະ​ແຈ້ງ​ສຳລັບ​ປະ​ເທດ​ເຈົ້າພາບ ​ເຢັຍລະ​ມັນ, ​ເຊິ່ງ​​ເຄີຍ​ມີ​ຄວາມ​ມານະ​ພະຍາຍາມ​ເພື່ອ​ຮັກສາ​ບັນດາ​ຄຳ​ໝັ້ນ​ສັນຍາ​ກ່ອນ​ນີ້​ຂອງ G20.

 

 

ຕອບກັບ

ຂ່າວ/ບົດ​ອື່ນ