ກອງປະຊຸມ G20: ປະທານາທິບໍດີອາເມລິກາກຽມພ້ອມໃຫ້ແກ່ຂໍ້ຕົກລົງດ້ານການຄ້າປະຫວັດສາດກັບຈີນ

(VOVWORLD) -ວັນທີ 29 ມິຖຸນາ, ທ່ານປະທານາທິບໍດີອາເມລິກາ Donald Trump ໃຫ້ຮູ້ວ່າ, ວໍຊິງຕັນ ຄິດໄລ່ຊັ່ງຊາຂໍ້ຕົກລົງດ້ານການຄ້າ “ປະຫວັດສາດ” ກັບຈີນ. ເມື່ອຕອບຄືນ, ທ່ານປະທານປະເທດຈີນ ສີຈີ້ນຜິງ ໄດ້ຮຽກຮ້ອງ “ຮ່ວມມື ແລະ ເຈລະຈາ”.
ກອງປະຊຸມ G20: ປະທານາທິບໍດີອາເມລິກາກຽມພ້ອມໃຫ້ແກ່ຂໍ້ຕົກລົງດ້ານການຄ້າປະຫວັດສາດກັບຈີນ - ảnh 1(ພາບປະກອບ: AFP/TTXVN)

ກ່າວຄຳເຫັນທີ່ການເຈລະຈາ 2 ຝ່າຍຢູ່ນອກກອງປະຊຸມສຸດຍອດ G20 ຢູ່ Osaka, ປະເທດຍີ່ປຸ່ນ, ທ່ານປະທານາທິບໍດີ D.Trump ເວົ້າວ່າ: “ຖ້າຫາກພວກເຮົາສາມາດບັນລຸຂໍ້ຕົກລົງດ້ານການຄ້າຍຸຕິທຳ, ນັ້ນຈະແມ່ນ (ຂໍ້ຕົກລົງ) ປະຫວັດສາດ. ພວກຂ້າພະເຈົ້າລ້ວນແຕ່ເປີດອົກເປີດໃຈກັບຂໍ້ຕົກລົງ”. ທ່ານສະແດງຄວາມຫວັງວ່າ, ນີ້ຈະແມ່ນ “ການພົບປະທີ່ມີລັກສະນະສ້າງສັນ ແລະ ພວກເຮົາສາມາດເຮັດສິ່ງໃດໜຶ່ງເພື່ອນຳມາເຊິ່ງລັກສະນະປະຫວັດສາດຢ່າງແທ້ຈິງ”. ໃນຂະນະນັ້ນ, ທ່ານປະທານປະເທດ ສີຈີ້ນຜິງ ໃຫ້ຮູ້ວ່າ, ການພົວພັນທາງການທູດໃນໄລຍະ 40 ປີຜ່ານມາລະຫວ່າງອາເມລິກາ ແລະ ຈີນ ໄດ້ພິສູດໃຫ້ເຫັນວ່າ, ການຮ່ວມມື ແລະ ເຈລະຈາແມ່ນດີກວ່າການສູ້ຢັນກັນ ແລະ ໂຕ້ຖຽງກັນ.

        ນີ້ແມ່ນການສົນທະນາໂດຍກົງຄັ້ງທຳອິດລະຫວ່າງການນຳຂອງ 2 ພື້ນຖານເສດຖະກິດແຖວໜ້າໂລກ, ພາຍຫຼັງກອງປະຊຸມສຸດຍອດ G20 ນັບແຕ່ເດືອນ ທັນວາ 2018.

ຕອບກັບ

ຂ່າວ/ບົດ​ອື່ນ