ກອງປະຊຸມ G8 ດ້ວຍຂໍ້ລິເລີ່ມຮັບປະກັນ ດ້ານສະບຽງອາຫານຢູ່ອາຟະລິກາໃຕ້

ກອງປະຊຸມ G8 ດ້ວຍຂໍ້ລິເລີ່ມຮັບປະກັນ ດ້ານສະບຽງອາຫານຢູ່ອາຟະລິກາໃຕ້  - ảnh 1
ບັນດາ​ປະ​ມຸກ​ລັດຂອງ G8
( ພາບ: dantri.com.vn )


( vovworld ) -   ວັນ​ທີ 18/5, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ໄຂ​ກອງ​ປະຊຸມ​ກຸ່ມ 8 ປະ​ເທດອຸດສາຫະກຳ​ພັດທະນາ ( G8 ) ຢູ່​ຄ້າຍ David. ທີ່​ກອງປະຊຸມສຸດ​ຍອດຄັ້ງ​ນີ້, ບັນດາ​ປະ​ມຸກ​ລັດກໍ​ຄື​ບັນດາເຈົ້າ​ໜ້າ​ທີ​ຂອງ G8 ຈະ​ປຶກສາ​ຫາລື​ບັນດາ​ບັນຫາ​ໃຫຍ່​ຂອງ​ໂລກ​ຄື ສະພາບວິ​ກິດ​ການ​ໜິ້ສິນ​ຂອງ​ລັດທີ່ຮ້າຍ​ແຮງ​ຢູ່​ເອີ​ລົບ, ສະພາບ​ການ​ຢູ່​ຕາ​ເວັນ​ອອກ​ກາງ, ບັນດາ​ບັນຫາ​ກ່ຽວ​ກັບ​ພະລັງງານ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ​ເຖິງ​ວ່າ​ຄຽງ​ຂ້າງ​ນັ້ນ​ມີ​ຫົວ​ຂໍ້​ສຳຄັນ​ໜື່ງກໍ​ໄດ້​ຮັບ​ການ​ເຕື້ອງ​ເຖິງ​ນັ້ນ​ແມ່ນ ຮັບປະກັນ​ດ້ານ​ສະບຽງ​ອາຫານ​ຢູ່​ອາ​ຟະ​ລິ​ກາ​ໃຕ້. ທ່ານ​ປະທານາທິບໍດີ​ໄດ້​ເຊີນການ​ນຳອາ​ຟະ​ລິ​ກາ​ໃຕ້ 4 ທ່ານ​​ເຊິ່ງລວມມີ​ຜູ້ນຳ​ຂອງ Benin, Ethiopia, Ghana ​ແລະ Tanzania ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເພື່ອ​ປຶກສາ​ຫາລື​ບັນດາບັນຫາຮັບປະກັນ​ດ້ານ​ສະບຽງ​ອາຫານ​. ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Obama ​ໄດ້​ປະກາດ​ຍຸດ​ທະ​ສາດ​ໃໝ່​ເພື່ອ​ແນ​ໃສ່​ປັບປຸງ​ສະພາບຮັບປະກັນ​ດ້ານ​ສະບຽງ​ອາຫານ​ຢູ່ອາ​ຟະ​ລິ​ກາ​ໃຕ້ ພ້ອມ​ກັນ​ນັ້ນ​ເລັ່ງລັດ​ບັນດາ​ການ​ນຳ​ກຸ່ມ G8 ສືບ​ຕໍ່​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ລົງທຶນ 22 ຕື້ USD ​ເຂົ້າ​ໃນ​ຂົງ​ເຂດ​ກະສິກຳ​ຢູ່​ທະວີບ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ