ກອງປະຊຸມ Shangri- La 2019: ອາເມລິກາ ຮຽກຮ້ອງສົມທົບກັນຮັກສາສັນຕິພາບ ແລະ ສະຖຽນລະພາບ ຢູ່ມະຫາສະໝຸດອິນເດຍ - ປາຊີຟິກ

(VOVWORLD) -ກອງປະຊຸມ Shangri- La 2019 ຄັ້ງທີ 18 ທີ່ຈັດຂຶ້ນຢູ່ສິງກະໂປນັ້ນ ໄດ້ສືບຕໍ່ໄດ້ດໍາເນີນ 02 ກອງປະຊຸມປຶກສາຫາລືຄົບຄະນະ ກ່ຽວກັບ ຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ ຂອງ ອາເມລິກາ ແລະ ຄວາມໝັ້ນຄົງ ຢູ່ແຫຼມເກົາຫຼີ.

  ຕອນເຊົ້າວັນທີ 01 ມິຖຸນາ, ກອງປະຊຸມ Shangri- La 2019 ຄັ້ງທີ 18 ທີ່ຈັດຂຶ້ນຢູ່ສິງກະໂປນັ້ນ ໄດ້ສືບຕໍ່ໄດ້ດໍາເນີນ 02 ກອງປະຊຸມປຶກສາຫາລືຄົບຄະນະ ກ່ຽວກັບ ຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ ຂອງ ອາເມລິກາ ແລະ ຄວາມໝັ້ນຄົງ ຢູ່ແຫຼມເກົາຫຼີ. ທີ່ກອງປະຊຸມປຶກສາຫາລືຄົບຄະນະທໍາອິດ, ທ່ານ Patrick Shanahan, ຮັກສາການລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄດ້ມີບົດກ່າວປາໄສ ດ້ວຍຫົວຂໍ້ວ່າ “ວິໄສທັດຂອງ ອາເມລິກາ ກ່ຽວກັບຄວາມໝັ້ນຄົງຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ”, ຕາມນັ້ນແລ້ວ, ຢຶນຢັນວ່າ ມະຫາສະໝຸດອິນເດຍ - ປາຊີຟິກ ແມ່ນພາກພື້ນບຸລິມະສິດຂອງ ອາເມລິກາ ແລະ ວໍຊີງຕັນ ພວມລົງທຶນເຂົ້າພາກພື້ນນີ້ ກໍຄືຮຽງບ່າຮຽນງໄຫຼ່ພ້ອມກັບບັນດາປະເທດໃນພາກພື້ນ. ເຖິງຢ່າງໃດກໍຕາມ, ປັດຈຸບັນ, ພາກພື້ນດັ່ງກ່າວພວມປະເຊີນໜ້າກັບບາງສິ່ງທ້າທາຍດ້ານຄວາມໝັ້ນຄົງຢ່າງຮ້າຍແຮງ ແລະ ມີບັນດາການກະທໍາໄປຝືນກັບຄວາມເປັນລະບຽບຮຽບຮ້ອຍ, ກົດໝາຍສາກົນ, ການຫັນເປັນການທະຫານ... ເນື່ອງໃນໂອກາດນີ້, ທ່ານ Patrick Shanahan ກໍໄດ້ແນະນໍາທີ່ກອງປະຊຸມບາງເນື້ອໃນທີ່ກ່ຽວຂ້ອງເຖິງແຜນການເພີ່ມທະວີການຮ່ວມມື, ຈັດແບ່ງກໍາລັງການທະຫານ ແລະ ເປີດກວ້າງຂອບຂະໜາດບັນດາການເຄື່ອນໄຫວຝຶກຊ້ອມຫຼາຍຝ່າຍຢູ່ພາກພື້ນ ເພື່ອຍົກສູງຄວາມສາມາດໃນການຮັບມືກັບສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່ຢູ່ພາກພື້ນ.


ຕອບກັບ

ຂ່າວ/ບົດ​ອື່ນ