ກອງ​ປະ​ຊຸມ SOM ອາ​ຊຽ​ນ​ພິ​ເສດ

(VOVWORLD) - ເນື້ອໃນຂອງກອງປະຊຸມແມ່ນຂໍ້ລິເລີ່ມໂດຍຫວຽດນາມ ສະເໜີເພື່ອແນໃສ່ກຳນົດທິດພັດທະນາໃນໄລຍະຍາວຂອງປະຊາຄົມ ອາຊຽນ ພາຍຫຼັງ ປີ 2025.

ກອງ​ປະ​ຊຸມ SOM ອາ​ຊຽ​ນ​ພິ​ເສດ - ảnh 1 ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມກ່າວຄຳເຫັນທີ່ກອງປະຊຸມ

(ພາບ: baoquocte.vn)

ໂດຍສືບຕໍ່ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ ທີ່ພວມໄດ້ຮັບການຈັດຕັ້ງຢູ່ ດ່ານັງ, ໃນວັນທີ 4 ມີນາ, ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມໄດ້ເປັນປະທານກອງປະຊຸມພິເສດຂອງບັນດາເຈົ້າໜ້າທີ່ຂັ້ນສູງ (SOM) ອາຊຽນ, ເລີ່ມດຳເນີນການແລກປ່ຽນຄຳເຫັນກຳນົດທິດສ້າງວິໄສທັດ ອາຊຽນ ພາຍຫຼັງປີ 2025.

        ທີ່ກອງປະຊຸມ, ທ່ານ ຫງວຽນກ໊ວກຢຸງ ໄດ້ເນັ້ນໜັກເຖິງການສ້າງວິໄສທັດ ອາຊຽນ ພາຍຫຼັງປີ 2025 ແມ່ນວິວັດທະນາການທີ່ຍາວນານ, ຮຽກຮ້ອງຕ້ອງມມີວິທັດການສຳຜັດສັງລວມ, ດ້ວຍການເຂົ້າຮ່ວມຢ່າງເລິກເຊິ່ງກ້ວາງຂວາງຂອງທຸກພາກສ່ວນທີ່ກ່ຽວຂ້ອງ. ບັນດາປະເທດຖືກວ່າການສ້າງວິໄສທັດໃໝ່ນີ້ ຕ້ອງຮັບປະບັນບັນດາຫຼັກການ ແລະ ຄຸນຄ່າຫຼັກຂອງອາຊຽນ…

        ໝາກຜົນຂອງການແລກປ່ຽນຢູ່ກອງປະຊຸມຄັ້ງນີ້ແມ່ນພື້ນຖານເພື່ອສືບຕໍ່ຈັດຕັ້ງການປຶກສາຫາລືດ້ານການເມືອງ, ແລກປ່ຽນກັບບັນດາເສົາຄ້ຳຂອງ ປະຊາຄົມ ອາຊຽນ ກ່ອນທີ່ຈະຍື່ນສະເໜີຕໍ່ການນຳ ອາຊຽນເພື່ອພິຈາລະນາ ແລະ ຊີ້ນຳຢູ່ກອງປະຊຸມຂັ້ນສູງ ອາຊຽນຄັ້ງທີ 37 ເຊິ່ງໄດ້ຈັດຕັ້ງໃນເດືອນພະຈິກ 2020.

ຕອບກັບ

ຂ່າວ/ບົດ​ອື່ນ