ກອງປະຊຸມ WEF ASEAN 2018

(VOVWORLD) - ຕອນເຊົ້າວັນທີ 12 ກັນຍາ, ທີ່ຫໍປະຊຸມແຫ່ງຊາດ - ຮ່າໂນ້ຍ, ພາຍຫລັງພິທີຕ້ອນຮັບ, ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ 2018 (WEF ASEAN) ໄດ້ໄຂຂຶ້ນຢ່າງເປັນທາງການ.

ເຂົ້າຮ່ວມມີທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານປະທານສ້າງຕັ້ງ WEF ພ້ອມດ້ວຍການນຳຂັ້ນສູງບັນດາປະເທດ ອາຊຽນ ແລະ ພາກພື້ນ, ການນຳບັນດາວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດ, ໃນນັ້ນມີ start-up ແຖວໜ້າພາກພື້ນ ອາຊຽນ ເກືອບ 100 ແຫ່ງ.

ກອງປະຊຸມ WEF ASEAN 2018 - ảnh 1 ທ່ານ Klaus Schwab ປະທານ, ຜູ້ສ້າງຕັ້ງ WEF 

         ກ່າວຄຳເຫັນໄຂພິທີ, ທ່ານ Klaus Schwab ປະທານ, ຜູ້ສ້າງຕັ້ງ WEF ໄດ້ເນັ້ນໜັກເຖິງສະພາບປັດຈຸບັນ ແລະ ອະນາຄົດຂອງ ອາຊຽນ ໃນສະພາບກວມລວມກ່ຽວກັບການປະຕິວັດອຸດສາຫະກຳ 4.0. ທ່ານປະທານ WEF ເຊື່ອໝັ້ນວ່າ ອາຊຽນ ຈະຜ່ານຜ່າສິ່ງທ້າທາຍໃນການປະຕິວັດອຸດສາຫະກຳ 4.0 ນີ້.

        “ໂລກພວມເຂົ້າຮ່ວມການແຂ່ງຂັນເພື່ອເປັນເຈົ້າຂອງການປະຕິວັດອຸດສາຫະກຳ 4.0 ແລະ ນຳພາທົ່ວໂລກ. ບັນດາປະເທດ ອາຊຽນ ດ້ວຍວິໄສທັດອາດຈະເປັນຜູ້ນຳໜ້າ ແຕ່ບໍ່ແມ່ນຜູ້ເດີນຕາມຫລັງໃນການປະຕິວັດນີ້. ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາປະເທດ ອາຊຽນ ດ້ວຍປະຊາກອນໃນເກນອາຍຸໜຸ່ມນ້ອຍ, ຈິດໃຈດຳເນີນທຸລະກິດສູງ ຈະຍາດໄດ້ໄຊຊະ ໃນການແຂ່ງຂັ້ນນີ້ ແລະ ນັ້ນກໍ່ແມ່ນຄວາມປາດຖະໜາຂອງພວກຂ້າພະເຈົ້າ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຕື້ອງເຖິງບັນດາກາລະໂອກາດ ແລະ ສິ່ງທ້າທາຍ ເຊິ່ງ ອາຊຽນພວມປະເຊີນໜ້າໃນການປະຕິວັດອຸດສາຫະກຳ 4.0. ບົນພື້ນຖານນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີບາງຂໍ້ບຸລິມະສິດລະອຽດໃຫ້ ອາຊຽນ ໃນໄລຍະຈະມາເຖິງ. ພິເສດ, ທ່ານນາຍົກລັດຖະມົນຕີເນັ້ນໜັກເຖິງບຸລິມະສິດພັດທະນາການສຶກສາ, ການກໍ່ສ້າງຄວາມເກັ່ງກ້າສາມາດ

        “ໃນຍຸກສະໄໝ 4.0, ບັນດາປະເທດ ອາຊຽນ ໄດ້ມີສູນປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ ແລະ ສູນກໍ່ສ້າງແຫ່ງຊາດ. ຂ້າພະເຈົ້າສະເໜີ ສ້າງຂອບເຂດການເຊື່ອມຕໍ່ສູນກໍ່ສ້າງແຫ່ງຊາດແລະ ການເຊື່ອມຕໍ່ທົ່ວພາກພື້ນ. ພາຍໃຕ້ການກະທົບຂອງການປະຕິວັດອຸດສາຫະກຳ 4.0 ຮຽກຮ້ອງຕ້ອງມີການຫັນປ່ຽນຢ່າງແຮງກ່ຽວກັບການສຶກສາ, ເໝາະສົມກັບທ່າອ່ຽງພັດທະນາໃໝ່, ການຫັນປ່ຽນຢ່າງຕໍ່ເນື່ອງຂອງ ອາຊີບ. ຂ້າພະເຈົ້າສະເໜີສ້າງຕັ້ງການເຊື່ອມຕໍ່ຕາໜ່າງການສຶກສາ ແລະ ສ້າງລະບົບການສຶກສາຕະຫລອດຊີວິດຢູ່ບັນດາປະເທດ ອາຊຽນ.

ກອງປະຊຸມ WEF ASEAN 2018 - ảnh 2  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ ດ້ວຍປະຊາກອນເປັນຈຳນວນຫລວງຫລາຍ ແລະ ຍັງໜຸ່ມແໜ້ນ, ເສດຖະກິດພາກພື້ນພວມພັດທະນາຂະຫຍັນຂັນເຄື່ອນ, ອາຊຽນ ພ້ອມແລ້ວທີ່ຈະມຸ່ງໄປສູ່ພາຍນອກ, ອາຊຽນ ຈະຮ່ວມແຮງຮ່ວມໃຈຮ່ວມມືເພື່ອພັດທະນາ, ຖືປະຊາຊົນເປັນໃຈກາງ, ອາຊຽນ ໄດ້ຢືນຢັນບົດບາດເປັນໃຈກາງໃນພາກພື້ນ ໃນສະພາບການທີ່ການປະຕິວັດອຸດສາຫະກຳ 4.0 ກຳລັງແຜ່ຂະຫຍາຍ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາສູງບົດບາດຕັ້ງໜ້າຂອງ WEF ໃນວິວັດການຮ່ວມເດີນທາງພ້ອມກັບ ອາຊຽນ.

ໃນຂອບເຂດ ເວທີປາໄສເສດຖະກິດໂລກ ກ່ຽວກັບ ອາຊຽນ (WEF ASEAN) 2018,ຕອນເຊົ້າວັນທີ 12 ກັນຍາ, ຢູ່ຮ່າໂນ້ຍ,ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະ, ໂອ້ລົມສົນທະນາກັບການນໍາບັນດາກຸ່ມບໍລິສັດທົ່ວໂລກ ປະມານ 20 ທ່ານ.

ກອງປະຊຸມ WEF ASEAN 2018 - ảnh 3ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ການໂອ້ລົມສົນທະນາ ກັບການນໍາບັນດາກຸ່ມບໍລິສັດທົ່ວໂລກ

(ພາບ:vov.vn)

ກ່າວຄໍາເຫັນທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີໃຫ້ການນໍາບັນດາກຸ່ມບໍລິສັດທົ່ວໂລກ ແບ່ງປັນແງ່ຫວັງ ສໍາລັບ ລັດຖະບານຫວຽດນາມ ໃນການສ້າງຄວາມສະດວກໃຫ້ແກ່ສະພາບແວດລ້ອມແຫ່ງການດໍາເນີນທຸລະກິດ; ເປັນທີ່ປຶກສາໃຫ້ແກ່ລັດຖະບານ, ສະເໜີບັນດາແນວຄວາມຄິດບຸກທະລຸ,ພິເສດແມ່ນໃນບັນດາຂົງເຂດອຸດສາຫະກໍາ,ກະສິກໍາ, ສາທາລະນະສຸກ, ການສຶກສາ; ແຜນການລົງທຶນດໍາເນີນທຸລະກິດຂອງບັນດາວິສາຫະກິດຢູ່ຫວຽດນາມ.

        ທີ່ການໂອ້ລົມສົນທະນາ, ການນໍາກຸ່ມບໍລິສັດທົ່ວໂລກຈໍານວນໜຶ່ງ ຄື Apple, Google, Chartered,Facebook... ລ້ວນແຕ່ກໍຕີລາຄາສູງແງ່ຫວັງພັດທະນາເສດຖະກິດຂອງ ຫວຽດນາມ ກໍຄືບັນດາຄວາມມານະພະຍາຍາມຂອງລັດຖະບານໃນການຮັບປະກັນສະພາບແວດລ້ອມແຫ່ງການດໍາເນີນທຸລະກິດເປັນປົກກະຕິ, ສະດວກ, ຢັ້ງຢືນ ແລະ ໃຫ້ຄໍາໝັ້ນສັນຍາ ວ່າ ຈະລົງທຶນ, ດໍາເນີນທຸລະກິດພາລະກອນ ຢູ່ຫວຽດນາມ.

        ທ່ານ Alex Dimitrief, ປະທານ, ຜູ້ອໍານວຍການບໍລິຫານ, ອົງການເຕີບໂຕທົ່ວໂລກ,ກຸ່ມບໍລິສັດ GE (General Electric) ເຊິ່ງມີພະນັກງານຢູ່ຫວຽດນາມ ເຖິງ 2.000 ຄົນ,ເນັ້ນໜັ້ກວ່າ:

        “ບັນດາເຫດການທີ່ດໍາເນີນຢູ່ຫວຽດນາມໃນອາທິດນີ້ ແມ່ນເປັນໜ້າປາບປື້ມໃຈທີ່ສຸດ, ພວກຂ້າພະເຈົ້າພວມສະເຫຼີມສະຫຼອງ 25 ປີແຫ່ງການເຄື່ອນໄຫວຢູ່ຫວຽດນາມ. ຫວຽດນາມ ພວມກາຍເປັນໜຶ່ງໃນບັນດາປະເທດທີ່ປະສົບຜົນສໍາເລັດທີ່ສຸດຂອງ GE ໃນທົ່ວໂລກ. ພວກຂ້າພະເຈົ້າໄດ້ຊ່ວຍຫວຽດນາມ ໃນການຜະລິດອຸປະກອນເອເລັກໂຕນິກຂອງ GE ແລະ ຍົກລະດັບລະບົບສາຍສົ່ງໄຟຟ້ານັບພັນໆສາຍ”.

        ທ່ານນນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍເນັ້ນໜັກເຖິງຄວາມຕັດສິນໃຈກໍ່ສ້າງລັດຖະບານ “ມີລະບຽບວິໄນ, ຊື່ສັດບໍລິສຸດ, ມີການກະທໍາ, ມີຫົວຄິດປະດິດສ້າງ ແລະ ມີປະສິດທິຜົນ” ແລະ ຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນ,ປະຕິບັດຄໍາໝັ້້ນສັນຍາ WTO  ແລະບັນດາສັນຍາ FTA ທີ່ມີຜົນສັກສິດ ຢ່າງເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ