ກອງປະຊຸມ WEF ໄດ້ຈັດຕັ້ງໂດຍກົງຢູ່ Davos ເປັນຄັ້ງທຳອິດນັບແຕ່ເມື່ອເກີດໂລກລະບາດໂຄວິດ 19

(VOVWORLD) -ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ໂດຍທ່ານ ຮອງນາຍົກລັດຖະມົນຕີ ເລມິງຄາຍ ນຳຫນ້າ.
ກອງປະຊຸມ WEF ໄດ້ຈັດຕັ້ງໂດຍກົງຢູ່  Davos ເປັນຄັ້ງທຳອິດນັບແຕ່ເມື່ອເກີດໂລກລະບາດໂຄວິດ 19 - ảnh 1ທ່ານ Klaus Schwab ປະທານບໍລິຫານເວທີປາໄສເສດຖະກິດໂລກ. (ພາບ:TTXVN)

ວັນທີ 22 ພຶດສະພາ, ກອງປະຊຸມປະຈຳປີຂອງ ເວທີປາໄສເສດຖະກິດໂລກ (WEF) ໄດ້ໄຂຂຶ້ນຕາມຮູບການໂດຍກົງ ຢູ່ Davos, ປະເທດ ສະວິດ ພາຍຫລັງ 2 ປີຖືກໂຈະໄວ້ຍ້ອນໂລກລະບາດໂຄວິດ 19. ດ້ວຍຫົວຂໍ້ “ປະຫວັດສາດຢູ່ໃນໄລຍະບາດລ້ຽວ: ນະໂຍບາຍຂອງລັດຖະບານ ແລະ ຍຸດທະສາດຂອງວິສາຫະກິດ”, ກອງປະຊຸມໄດ້ເຕົ້າໂຮມການນຳ ແລະ ຜູ້ຊ່ຽວຊານກວ່າ 2.500 ຄົນທີ່ມາຈາກຫລາຍປະເທດໃນໂລກ ເພື່ອແນໃສ່ປຶກສາຫາລື, ຍົກອອກແນວຄວາມຄິດສຳຄັນ, ປະກອບສ່ວນສ້າງທ່າອ່ຽງການຮ່ວມມື ແລະ ແກ້ໄຂບັນດາບັນຫາທົ່ວໂລກ.     

ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ໂດຍທ່ານ ຮອງນາຍົກລັດຖະມົນຕີ ເລມິງຄາຍ ນຳຫນ້າ. ຕາມແຜນການ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມ ກ່າວຄຳເຫັນ ແລະ ແບ່ງປັນວິໄສທັດຂອງຫວຽດນາມ ຢູ່ ບັນດາວາລະປະຊຸມຈຸດສຸມ ກ່ຽວກັບ “ການຫັນທິດວິກິດການສະບຽງອາຫານທົ່ວໂລກ”, “ພັດທະນາອາຊຽນ ດີຈີຕອນໃຫ້ທຸກຄົນ” ແລະ ການພົບປະສົນທະນາລະຫວ່າງບັນດາການນຳຂັ້ນສູງ ດ້ວຍຫົວຂໍ້ “ສ້າງພື້ນຖານເສດຖະກິດດ້ວຍການສ້າງຄວາມເຂັ້ມແຂງດ້ວຍຕົນເອງໃຫ້ແກ່ການເຕີບໂຕແບບຍືນຍົງ”

ຕອບກັບ

ຂ່າວ/ບົດ​ອື່ນ