ກອງ​ປະ​ຊຸມ ​​ການ​ນຳບັນ​ດາ​ສະ​ພາກາ​ແດງ ແລະ ຊ​ິກວົງ​ເດືອນແດງ ອາ​ຊຽນ​ຄັ້ງ​ທີ 17

(VOVWORLD) - ວັນທີ 14 ຕຸລາ, ກອງປະຊຸມການນຳສະພາກາແດງ ແລະ ຊິກວົງເດືອນແດງ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 17 ໄດ້ຈັດຂຶ້ນຕາມຮູບການທາງອອນລາຍ ໃນລະຫວ່າງວັນທີ 14 – 15 ຕຸລາ.
ກອງ​ປະ​ຊຸມ ​​ການ​ນຳບັນ​ດາ​ສະ​ພາກາ​ແດງ ແລະ ຊ​ິກວົງ​ເດືອນແດງ ອາ​ຊຽນ​ຄັ້ງ​ທີ 17 - ảnh 1ກອງປະຊຸມ ການນຳບັນດາສະພາກາແດງ ແລະ ຊິກວົງເດືອນແດງ ອາຊຽນຄັ້ງທີ 17 (ພາບ: qdnd.vn

ກອງປະຊຸມແມ່ນເຫດການສຳຄັນ ຂອງ ຂະບວນການ ກາແດງ ແລະ ຊິກວົງເດືອນແດງສາກົນ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ໂດຍໄດ້ໝູນວຽນກັນຈັດຕັ້ງເປັນປະຈຳຢູ່ບັນດາປະເທດ. ກອງປະຊຸມຄັ້ງທີ 17 ໄດ້ຖືກຈັດຕັ້ງຂຶ້ນ ພາຍໃຕ້ການເປັນປະທານ ຂອງສະພາກະແດງຫວຽດນາມ ໃນຖານະເປັນປະທານກົນໄກ ການນຳບັນດາສະພາກາແດງ ແລະ ຊິກວົງເດືອນແດງພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ກ່າວຄຳເຫັນໄຂກອງປະຊຸມຢູ່ສະຖານທີ່ຮ່າໂນ້ຍ,ຊຶ່ງແມ່ນຈຸດໜຶ່ງໃນເຄືອຂ່າຍທາງອອນລາຍ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ  ຫວັງວ່າ ຜ່ານກອງປະຊຸມ, ສະພາກາແດງຫວຽດນາມ ແລະ ສະພາກາແດງບັນດາປະເທດຈະຍົກອອກຂໍ້ລິເລີ່ມຫຼາຍຂໍ້, ເພື່ອພ້ອມກັບບັນດາລັດຖະບານ, ອຳນາດການປົກຄອງ, ວິສາຫະກິດເພື່ອ ຜັນຂະຫຍາຍການເຄື່ອນໄຫວມະນຸດສະທຳໃຫ້ມີປະສິດທິຜົນກ່ວາເກົ່າ, ບັນດາຄຸນຄ່າ ວັດທະນະທຳໄດ້ແຜ່ຂະຫຍາຍອອກສູ່ສັງຄົມ. ທ່ານຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ ຍາມໃດ ລັດຖະບານ ຫວຽດນາມ ກໍ່ໃຫ້ຄຳໝັ້ນສັນຍາຈະຮ່ວມເດີນທາງພ້ອມກັບສະພາກາແດງຫວຽດນາມ, ຂະບວນການກາແດງ - ຊິກວົງເດືອນແດງສາກົນ ເພື່ອປະກອບສ່ວນເຂົ້າໃນການສ້າງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ໂລກແຫ່ງສັນຕິພາບ, ຮ່ວມມື, ວັດທະນາຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ