ກອງປະຊຸມ “ການພົບປະ ອາເມລິກາ 2017”

(VOVWORLD) - ຕອນເຊົ້າວັນທີ 07 ມິຖຸນາ ຢູ່ນະຄອນ ໂຮ່ຈີມິນ, ກະຊວງການຕ່າງປະເທດ ຫວຽດນາມ ແລະ ສະຖານທູດ ອາເມລິກາ, ສະຫະສະມາຄົມ ອາເມລິກາ ປະຈຳ ຫວຽດນາມ ຈັດຕັ້ງກອງປະຊຸມ “ການພົບປະ ອາເມລິກາ 2017”
ກອງປະຊຸມ “ການພົບປະ ອາເມລິກາ 2017” - ảnh 1 ທ່ານ ຮ່າກີມງ້ອກ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ (ພາບ: ຫວຽດນາມ+)

ບັນດາຜູ້ແທນທີ່ຕ່າງໜ້າບາງກະຊວງ, ຂະແໜງການຂອງ ຫວຽດນາມ, 20 ແຂວງ, ນະຄອນທີ່ມີການພົວພັນຮ່ວມມືລົງທຶນກັບຝ່າຍ ອາເມລິກາ ພ້ອມກັບວິສາຫະກິດ ອາເມລິກາ ກ່ວາ 150 ແຫ່ງ ສຸມໃສ່ປຶກສາຫາລືບັນດາບັນຫາໃນຂອບເຂດການຄ້າ ຫວຽດນາມ - ອາເມລິກາ ໄລຍະ 2017 – 2020. ທ່ານ ຮ່າກີມງ້ອກ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ:

        “ເສດຖະກິດການຄ້າ - ການລົງທຶນ ແມ່ນເນື້ອໃນສຳຄັນທີ່ສຸດ. ພ້ອມກັນນັ້ນ 2 ປະເທດຍັງມີຫລາຍບັນຫາອື່ນໆເພື່ອພ້ອມກັນປຶກສາຫາລື. ສິ່ງນັ້ນ ສະແດງໃຫ້ເຫັນການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ໄດ້ເຕີບໃຫຍ່. 2 ຝ່າຍແບ່ງປັນຜົນປະໂຫຍດຫລາຍຢ່າງ ແລະ ໃຫ້ບຸລິມະສິດສູງໃນການຊຸກຍູ້ການພົວພັນເສດຖະກິດ - ການຄ້າ - ການລົງທຶນ, ສ້າງວຽກເຮັດງານທຳ, ການເຕີບໂຕ, ຫລຸດຜ່ອນການຂາດດຸນການຄ້າ ເພື່ອໃຫ້ 2 ຝ່າຍລ້ວນແຕ່ມີຜົນປະໂຫຍດ.”

        ທີ່ກອງປະຊຸມ, 2 ຝ່າຍລ້ວນແຕ່ປາດຖະໜາວ່າ ອາເມລິກາ ຈະກາຍເປັນປະເທດລົງທຶນອັນດັບໜຶ່ງຢູ່ ຫວຽດນາມ, ຍົກວົງເງິນສົ່ງອອກ 2 ຝ່າຍລື່ນກາຍລະດັບ 47 ຕື້ USD ຄືປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ