ກອງປະຊຸມ ຂອງຄະນະຊີ້ນຳເຂດທາງທິດຕາເວັນຕົກຂອງພາກໃຕ້ຫວຽດນາມ

ກອງປະຊຸມ ຂອງຄະນະຊີ້ນຳເຂດທາງທິດຕາເວັນຕົກຂອງພາກໃຕ້ຫວຽດນາມ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິນ

(vovworld) - ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມສະຫຼຸບ​ວຽກ​ງານ​ປີ 2011, ຜັນ​ຂະຫຍາຍ​ວຽກ​ງານ​ປີ 2012 ຂອງ​ຄະນະ​ຊີ້​ນຳ​ເຂດ​ທາງ​ທິດຕາ​ເວັນ​ຕົກ​ຂອງ​ພາກ​ໃຕ້​ຫວຽດນາມ, ທ່າ​ນ ຮອງນາຍົກລັດຖະມົນຕີຫວຽດນາມ ຫວູວັນ​ນິນ ​ເນັ້ນ​ໜັກ​ວ່າໜ້າ​ທີ່​ຈຸດ​ສຸມ​ຂອງ​ບັນດາ​ທ້ອງ​ຖິ່​ນ​ໃນ​ເຂດ​ທົ່ງພຽງ​ແມ່ນ​້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ ​ໃນ​ປີ​ນີ້ ​ແມ່ນ​ສືບ​ຕໍ່​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 11 ຂອງພັກ​ກອມ​ມູນິດ​ຫວຽດນາມ​ ​ແລະ ກອງ​ປະຊຸມ​ອົງຄະ​ນະ​ພັກ​ບັນດາ​ທ້ອງ​ຖິ່​ນ​ໃນ 5 ປີ​ຈະມ​າ​ເຖິງ​ຢ່າງ​ມີ​ໄຊ. ບົນ​ຈິດ​ໃຈ​ນັ້ນ, ປະກອບ​ກຳລັງ​ແຮງ​ກັບ​ສູນ​ກາງ​ເພື່ອ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ໃຫ້​ເປັນ​ປົກ​ກະຕິ, ຮັບປະກັນ​ຊີວິ​ດສັງຄົມ. ກ່ອນ​ອື່ນ​ໝົດ,​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນຕ່າງໆຕ້ອງ​ກວດກາ​ຄືນ​ແຜນ​ກຳນົດ​ຕາມ​ລັກສະນະ​ລະຫວ່າງ​ເຂດ ​ແລະ ​ເຊື່ອມ​ຕໍ​ກັບ​ແຜນ​ກຳນົດ​​ເຂດ​ດິນ​ແດນ, ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍູ້​ງຍາກ​ເພື່​ອໜູນ​ຊ່ວຍ​ວິ​ສາ​ຫະກິດ ​ແລະ ຊົນນະບົດ​ຍູ້​ແຮງ​ການ​ຜະລິດ ​ແລະ ສົ່ງ​ອອກ. ບັນດາ​ແຂວງ​ກໍ​ຕ້ອງ​ສຸມ​ໃສ່​ລົງທຶນ​ເຂົ້າ​ໃນ​ຂົງ​ເຂດຄົມມະ​ນາ​ຄົມ, ຊົນລະປະທານ, ​ເສີມ​ຂະຫຍາຍ​ຮູບ​ແບບ​ທົ່ງ​ນາ​ກ້ວາງ​ໃຫຍ່ຕົວ​ແບບ. ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີ​ແລ້ວ, ກ່ອນ​ອື່ນ​ໝົດ, ​ເພື່ອ​ແກ້​ໄຂ​ຄວາມ​ຫຍູ້​ງຍາກ​ໃຫ້​ແກ່​ຊາວ​ກະສິກອນ, ລັດຖະບານ​ຈະ​ໜູນ​ຊ່ວຍ​ສິນ​ເຊື່ອ​ເພື່ອ​​ໃຫ້​ບັນດາ​ວິ​ສາ​ຫະກິດ​ເກັບ​ຊື້​ເຂົ້າສານ​​ແຮ່​ໄວ້ 1 ລ້ານ​​ໂຕນ​ໃນ 3​ ເດືອນຂ້າງ​ໜ້າ. ລັດຖະບານ​ກໍ​ພວມ​ພິຈາລະນາ​ເພື່ອ​ໜູນ​ຊ່ວຍ​ງົບປະມານ​ໃຫ້​ແກ່​ບັນດາ​ທ້ອງ​ຖີ່​ນມີ​ເນື້ອ​ທີ່​ດິນຜະລິດ​ເຂົ້າ, ​ເພີ່​ມ​ເຕີມ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ເພື່ອ​ລະດົມ​ບັນດາ​ແຫຼ່ງ​ເງິນ​ລົງທຶນ​ຈາກ​ຕ່າງປະ​ເທດ​ໃຫ້​ແກ່​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ຢູ່​ເຂດ​ທົ່ງພຽງ​​ແມ່ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ.

ຂ່າວ/ບົດ​ອື່ນ