ກອງ​ປະ​ຊຸມ​ ປຶກ​ສາຫາ​ລື​ປະ​ຈຳ​ປີ ຂັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລະ​ຫວ່າງ ຫວຽດ​ນາມ ແລະ ລາວ ແລະ​ ການ​​ພົບ​ປະ​ແລກ​ປ່ຽນ​ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ລາວ

(VOVWORLD) -ພາຍຫຼັງການພົບປະ, ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການກະຊວງຕ່າງປະເທດ ຫວຽດນາມ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວໄດ້ລົງນາມໂຄງການກະທຳເພື່ອການຮ່ວມມືລະຫວ່າງ ກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດລາວກ່ຽວກັບການຊຸກຍູ້ວຽກງານ ທາງການທູດດ້ານເສດຖະກິດໄລຍະ 2020  - 2025ໃຫ້ຫຼາຍກ່ວາອີກ.
ກອງ​ປະ​ຊຸມ​ ປຶກ​ສາຫາ​ລື​ປະ​ຈຳ​ປີ ຂັ້ນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລະ​ຫວ່າງ ຫວຽດ​ນາມ ແລະ ລາວ ແລະ​ ການ​​ພົບ​ປະ​ແລກ​ປ່ຽນ​ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ - ລາວ - ảnh 1ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ (ພາບ: VGP) 

ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງລັດຖະມົນຕີກະຊວງການຕ່າງປະເທດລາວ ໃນລະຫວ່າງວັນທີ 23 – 27 ທັນວາ, ຕອນເຊົ້າວັນທີ 25 ທັນວາ, ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ເປັນປະທານຮ່ວມຂອງກອງປະຊຸມປຶກສາຫາລືຂັ້ນລັດຖະມົນຕີ ແລະ ພົບປະແລກປ່ຽນລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ - ລາວ ປະຈຳປີ ຄັ້ງທີ 6 ຢູ່ ກ໋ວາງນິງ. ລັດຖະມົນຕີສອງທ່ານໄດ້ແລກປ່ຽນຢ່າງເລິກເຊິ່ງ, ແທດຈິງ, ສຸມໃສ່ເຂົ້າໃນການກວດກາຄືນໃໝ່ເນື້ອໃນການຮ່ວມມືໃນໄລຍະທີ່ຜ່ານມາ ແລະ ວາງອອກການກຳນົດທິດໃຫ້ແກ່ການພົວພັນລະຫວ່າງສອງປະເທດ ແລະ ສອງກະຊວງການຕ່າງປະເທດ ໃນໄລຍະຈະມາເຖິງ.

        ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບຕີລາຄາວ່າ ປີ 2020 ຈະແມ່ນປີບານພັບສຳຄັນສຳລັບທັງສອງປະເທດ, ເພາະສະນັ້ນສອງປະເທດຕ້ອງຕັ້ງໜ້າ, ເປັນເຈົ້າການ ນຳການພົວພັນລະຫວ່າງສອງປະເທດ ຫວຽດນາມ - ລາວເຂົ້າສູ່ລວງເລິກ, ແທດຈິງກວ່າອີກ ໃນສະພາບການໂລກ ແລະ ພາກພື້ນພວມມີການຜັນປ່ຽນຢ່າງເລິກເຊິ່ງ ແລະ ສັບສົນ. ພາຍຫຼັງການພົບປະ, ທ່ານຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການກະຊວງຕ່າງປະເທດ ຫວຽດນາມ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວໄດ້ລົງນາມໂຄງການກະທຳເພື່ອການຮ່ວມມືລະຫວ່າງ ກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດລາວກ່ຽວກັບການຊຸກຍູ້ວຽກງານ ທາງການທູດດ້ານເສດຖະກິດໄລຍະ 2020  - 2025ໃຫ້ຫຼາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ