ກອງ​ປະ​ຊຸມ ປາ​ຣີ ໃຫ້​ຄຳ​ໝັ້ນ​ສັນ​ຍາປະ​ກອບ​ເງິນກວ່າ 14 ຕື້ USD ໃຫ້​ແກ່ “ກຳ​ແພງ​ຂຽວ”

(VOVWORLD) -ບັນດາທະນາຄານພັດທະນາ ແລະ ບັນດາປະເທດ ໄດ້ໃຫ້ຄຳໝັ້ນສັນຍາຈະປະກອບຈຳນວນເງິນກວ່າ 14 ຕື້ USD ໃນເວລາ 4 ປີ ຈະມາເຖິງ ເພື່ອສ້າງ “ກຳແພງຂຽວຂະໜາດໃຫຍ່” 
ກອງ​ປະ​ຊຸມ ປາ​ຣີ ໃຫ້​ຄຳ​ໝັ້ນ​ສັນ​ຍາປະ​ກອບ​ເງິນກວ່າ 14 ຕື້ USD ໃຫ້​ແກ່ “ກຳ​ແພງ​ຂຽວ” - ảnh 1ກອງປະຊຸມສຸດຍອດກ່ຽວກັບຊີວະນາໆພັນ ຖືກດຳເນີນຢູ່ ປາຣີ

ວັນທີ 11 ມັງກອນ, ກອງປະຊຸມສຸດຍອດກ່ຽວກັບຊີວະນາໆພັນ ຖືກດຳເນີນຢູ່ ປາຣີ, ປະເທດຝລັ່ງ. ທີ່ກອງປະຊຸມ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron, ທ່ານເລຂາທິການໃຫຍ່ ສປຊ Antonio Guterres, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson, ທ່ານ ປະທານທະນາຄານສູນກາງ ເອີຣົບ Christine Lagarde, ພ້ອມດ້ວຍການນຳຫຼາຍທ່ານ ໄດ້ຮຽກຮ້ອງໃຫ້ກະທໍາເພື່ອປົກປັກຮັກສາຊີວະນາໆພັນໃນໜ່ວຍໂລກນີ້ໃຫ້ດີທີ່ສຸດ ເຊິ່ງຄວາມມານະພະຍາຍາມອະນຸລັກຮັກສາຊີວະນາໆພັນ ພວມຕ້ອງປະເຊີນໜ້າກັບສະພາບຂາດເຂີນດ້ານການເງິນ ເປັນຈຳນວນ 711 ຕື້ USD ຕໍ່ປີ, ນັບແຕ່ນີ້ຮອດປີ 2030.

        ທີ່ກອງປະຊຸມຄັ້ງນີ້, ບັນດາທະນາຄານພັດທະນາ ແລະ ບັນດາປະເທດ ໄດ້ໃຫ້ຄຳໝັ້ນສັນຍາຈະປະກອບຈຳນວນເງິນກວ່າ 14 ຕື້ USD ໃນເວລາ 4 ປີ ຈະມາເຖິງ ເພື່ອສ້າງ “ກຳແພງຂຽວຂະໜາດໃຫຍ່” ເພື່ອແນໃສ່ສະກັດກັ້ນສະພາບການເປັນທະເລຊາຍຢູ່ພາກເໜືອເຂດ Sahel, ອາຟະລິກາ ເຊິ່ງ ເປັນສາຍເຫດທີ່ຍູ້ໃຫ້ປະຊາຊົນຫຼາຍລ້ານຄົນຕົກເຂົ້າສູ່ສະພາບອຶດຫິວ ແລະ ເພີ່ມການອົບພະຍົບ.

ຕອບກັບ

ຂ່າວ/ບົດ​ອື່ນ