ກອງປະຊຸມ ຜັນຂະຫຍາຍການ ປະຕິບັດມະຕິ ສູນກາງທີ 4 (ຊຸດທີ 11)

ກອງປະຊຸມ ຜັນຂະຫຍາຍການ ປະຕິບັດມະຕິ ສູນກາງທີ 4 (ຊຸດທີ 11)  - ảnh 1
ກອງປະຊຸມຜັນຂະຫຍາຍການປະຕິບັດມະຕິສູນກາງທີ 4 (ຊຸດທີ 11)
( ພາບ: cpv.org.vn )

(vovworld) - ຕອນ​ເຊົ້າ​ວັນ​ທີ 28-3, ຢູ່ ຮ່າ​ໂນ້ຍ, ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມພະນັກງານ​ຫຼັກ​ແຫຼ່ງ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງການ​ເມືອງ - ສັງຄົມ ຢູ່​ຂັ້ນ​ສູນ​ກາງ ​ຜັນ​ຂະຫຍາຍ​ການ​ປະຕິບັດ​ມະຕິ​ຂອງ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກຄັ້ງ​ທີ 4 (ຊຸດ​ທີ 11) ດ້ວຍ​ຫົວ​ຂໍ້​ວ່າ ”ບາງ​ບັນຫາ​ອັນ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ”. ກ່າວ​ຄວາມ​ເຫັນ​ອັດ​ກອງ​ປະຊຸມ, ທ່ານ​ນາງ Ha Thi Khiet, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ​ຊີ້​ແຈ້ງວ່າ, ​ໂດຍ​ຜ່ານ​ການ​ແນະນຳ, ​ໂຄສະນາ​ບັນດາ​ເນື້ອ​ໃນ​ຂອງ​ມະຕິ, ຄຳ​ສັ່ງ, ​ແຜນການ ​ໄດ້​ຊ່ວຍ​ໃຫ້ກອງປະຊຸມພະນັກງານ​ຫຼັກ​ແຫຼ່ງ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງການ​ເມືອງ - ສັງຄົມ ຢູ່​ຂັ້ນ​ສູນ​ກາງ ກຳ​ແໜ້ນ ​ແລະ ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ຈຸດປະສົງ, ຄວາມ​ໝາຍ, ຄວາມ​ສຳຄັນ, ຄວາມ​ຮຽກຮ້ອງ​ຕ້ອງການ, ​ເນື້ອ​ໃນ​ຂອງ​ມະຕິ, ກຳ​ແໜ້ນ​ທັດສະນະ, ​ແນວ​ຄິດຊີ້​ນຳ​ນຳພາ, ບັນດາ​ວຽກ​ງານ​ຕ້ອງ​ເຮັດ, ບົນ​ພື້ນຖານ​ນັ້ນ​ຈັດ​ຕັ້ງ​ການ​ເຜີຍ​ແຜ່, ຊາບ​ຊືມ ​ແລະ​ ຜັນ​ຂະຫຍາຍ​ການ​ປະຕິບັດ​ມະຕິກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກຄັ້ງ​ທີ 4 (ຊຸດ​ທີ 11) ​ໃນ​ລະບົບ​ອົງການ​ຈັດ​ຕັ້ງ​ຂອງແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງການ​ເມືອງ - ສັງຄົມ, ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ສາມາດ ​ແລະ​ ກຳລັງ​ສູ້​ຮົບ​ຂອງ​ພັກ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ໃນ​ທົ່ວ​ພັກ, ປັບປຸງ​ຄວາມ​ເຊື່ອ​ໝັ້ນ​ໃນ​ໝູ່​ພະນັກງານ, ສະມາຊິກ​ພັກ ​ແລະ​ໝູ່​ມະຫາຊົນ, ​ເພີ່ມ​ທະວີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ.

        ​ໃນ​ວັນ​ດຽວ​ກັນ, ຢູ່​ແຂວງ ​ເບ໋ນ​ແຈ ​ໄດ້​ໄຂ​ກອງ​ປະຊຸມ​ຄົ້ນ​ຄ້ວາ, ຊາບ​ຊືມມະຕິ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກຄັ້ງ​ທີ 4 (ຊຸດ​ທີ 11) . ທ່ານ Tran Cong Ngu, ຮອງ​ປະທານ​ສະພາ​ຊ່ວຍ​ເຫຼືອ​ຄົນ​ເຈັບ​ທີ່​ທຸກ​ຍາກ ​ແລະ ​ຄົນ​ພິການ​ແຂວງ ​ເບ໋ນ​ແຈ, ​ໃຫ້​ຮູ້​ວ່າ:

        ”ຕາມ​ຂ້າພະ​ເຈົ້າ​ແລ້ວ, ​ເລື່ອງ​ໃຫ້​ຂໍ້​ສັງ​ເກດ, ຕີ​ລາຄາ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ກ່ຽວ​ກັບ​ມະຕິ​​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກຄັ້ງ​ທີ 4 (ຊຸດ​ທີ 11) ​ແມ່ນ​ບັນຫາ​ພິ​ເສດ​ທີ່​ສຸດ, ກຳນົດ​ໄດ້​ຄວາມ​ຈິງ. ນັ້ນ​ແມ່ນ​ເສັ້ນທາງ​ເພື່ອ​ປັບປຸງ​ພັກ, ຖ້າ​ບໍ່​ປັບປຸງ​ພັກ​ຢ່າງ​ທັນ​ການ​ມັນ​ຈະ​ເປັນ​ໄພ​ອັນຕະລາຍ​ຕໍ່​ປະ​ເທດ​ຊາດ. ດັ່ງ​ນັ້ນ, ​ເມື່ອ​ອ່ານ​ເອກະສານ​ມະຕິ​ນີ້, ຂ້າພະ​ເຈົ້າ​ຮູ້ສຶກ​ດີ​ໃຈ​ຫຼາຍ, ​ແລະ ​ເຊື່ອ​ໝັ້ນ​ວ່າ, ຖ້າ​ຫາກ​ພວກ​ເຮົາ​ຜັນ​ຂະຫຍາຍ​ການ​ປະ​ຕິ​ບັດ​ມະຕິ​ນີ້​ຢ່າງ​ຖືກຕ້ອງ​ຈະ​ຊ່ວຍ​ໃຫ້​ພັກ​ກອມ​ມູນິດ​ຫວຽດນາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ການ​ທ້າ​ທາຍ​ໄດ້”.

        ​ໃນ​ວັນ​ດຽວ​ກັນ, ຢູ່​ແຂວງ ລາຍ​ເຈົາ ກໍ່​ໄຂກອງ​ປະຊຸມ​ພະນັກງານ​ທົ່ວ​ແຂວງ​ຊາບ​ຊືມ, ຜັນ​ຂະຫຍາຍ​ການ​ປະຕິບັດມະຕິ​ຂອງ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກຄັ້ງ​ທີ 4 (ຊຸດ​ທີ 11) ​ເຊັ່ນ​ດຽວ​ກັນ.

 

 

 

ຂ່າວ/ບົດ​ອື່ນ