ກອງ​ປະ​ຊ​ຸມ ມອບ​ຮັບ​ໂຮງ​ໝໍ​ກາງ​ສະ​ໜາມ​​ຂັ້ນ 2

(VOVWORLD) - ມາຮອດປັດຈຸບັນ, ກອງທັບປະຊາຊົນຫວຽດນາມ ໄດ້ຈັດສົ່ງຄະນະປະຕິບັດງານຢູ່ໂຮງໝໍກາງສະໜາມຂັ້ນ 2 ປ່ຽນແທນກັນ ເປັນ 5 ຄັ້ງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢູ່ຄະນະປະຕິບັດງານ  UNMISS (ຊູດັງໃຕ້). 
ກອງ​ປະ​ຊ​ຸມ ມອບ​ຮັບ​ໂຮງ​ໝໍ​ກາງ​ສະ​ໜາມ​​ຂັ້ນ 2 - ảnh 1ພະນັກງານ, ນັກຮົບໂຮງໝໍກາງສະໜາມຂັ້ນ 2 ເລກ 3 ແລະ ກອງທະຫານຊ່າງແສງເລກ 3 ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ (ພາບ: TTXVN)

ຕອນບ່າຍວັນທີ 18 ກັນຍາ, ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມມອບຮັບໂຮງໝໍກາງສະໜາມຂັ້ນ 2 ເລກ 6 ຈາກວິທະຍາຄານການແພດກອງທັບ ໄປຂຶ້ນກັບ ກົມຮັກສາສັນຕິພາບ ຫວຽດນາມ. ແຕ່ເດືອນເມສາ, ວິທະຍາຄານການແພດກອງທັບ ໄດ້ຮັບ ແລະ ຄຸ້ມຄອງພະນັກງານຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 6,  ເປັນເຈົ້າພາບໃນການຝືກແອບ ບັນດາເນື້ອໃນກ່ຽວກັບດ້ານວິຊາການທາງການແພດ, ການສຶກສາດ້ານການເມືອງ, ກອງທັບ, ພາລາທິການ - ເຕັກນິກ, ພາສາອັງກິດໃຫ້ແກ່ ພະນັກງານ ໂຮງໝໍ. ພາຍຫຼັງເວລາເກືອບ 4 ເດືອນ, ວິທະຍາຄານການແພດກອງທັບ ໄດ້ປະຕິບັດສຳເລັດວຽກງານກະກຽມຄວາມພ້ອມໃຫ້ແກ່ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເພື່ອໄປປ່ຽນໂຮງໝໍກາງສະໜາມຂັ້ນ 2 ເລກ 5 ທີ່ພວມປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານ UNMISS (ຊູດັງໃຕ້).

ມາຮອດປັດຈຸບັນ, ກອງທັບປະຊາຊົນຫວຽດນາມ ໄດ້ຈັດສົ່ງຄະນະປະຕິບັດງານຢູ່ໂຮງໝໍກາງສະໜາມຂັ້ນ 2 ປ່ຽນແທນກັນ ເປັນ 5 ຄັ້ງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢູ່ຄະນະປະຕິບັດງານ  UNMISS (ຊູດັງໃຕ້). ຕາມແຜນການ, ວັນທີ 24 ກັນຍາ, ນາຍທະຫານປະຊາຊົນ 63 ຄົນ ຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 6 ຈະອອກເດີນທາງຈາກສະໜາມບິນ ໂນ້ຍບ່າຍດ້ວຍເຮືອບິນ C-17 ໂດຍອົດສະຕາລີອຸປະຖຳ.

ຕອບກັບ

ຂ່າວ/ບົດ​ອື່ນ