ກອງ​ປະຊຸມ​ “ວຽກງານ​ສ​ໍາລັບ​ຊາວ​ຫວຽດນາ​ມອາ​ໄສ​ຢູ່​ຕ່າງປະ​ເທດ​ແລະການ​ປົກ​ປ້ອງ​ພົນລະເ​ມືອງ

(VOVWORLD) -ໃນຂອບເຂດກອງປະຊຸມການທູດ ຄັ້ງທີ 30 ແລະກອງປະຊຸມການພົວພັນຕ່າງປະເທດທົ່ວປະເທດຄັ້ງທີ 19, ຕອນເຊົ້າວັນທີ 7 ສິງຫາ, ຢູ່ຮ່າໂນ້ຍ, ສອງຫົວໜ່ວຍສັງກັດກະຊວງການຕ່າງປະເທດ ແມ່ນ ຄະນະກໍາມະການແຫ່ງລັດ ກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ແລະ ກົມສະຖານກົງສູນ ໄດ້ສົມທົບກັນຈັດຕັ້ງກອງປະຊຸມຫົວເລື່ອງສະເພາະ “ວຽກງານສໍາລັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ແລະການປົກປ້ອງພົນລະເມືອງ”. 

 ກອງປະຊຸມໄດ້ສຸມໃສ່ຕີລາຄາບັນດາໝາກຜົນທີ່ບັນລຸໄດ້, ບັນດາໜ້າວຽກທີ່ຍັງຄົງຄ້າງ ນັບແຕ່ກອງປະຊຸມການທູດ ຄັ້ງທີ 29 ມາຮອດປັດຈຸບັນ ແລະ ທິດທາງການເຄື່ອນໄຫວໃຫ້ໄລຍະ 2018 – 2020. ບັນດາຫົວໜ້າອົງການຕາງໜ້າໄດ້ແບ່ງປັນບົດຮຽນຕົວຈິງ, ຍົກອອກບັນດາສິ່ງທ້າທາຍ, ຄວາມຫຍຸ້ງຍາກ, ບັນດາປັດໄຈທີ່ສົ່ງຜົນສະທ້ອນເຖິງປະສິດທິຜົນຂອງວຽກງານ ກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ແລະ ປົກປ້ອງພົນລະເມືອງ. ບົນພື້ນຖານນັ້ນ, ກອງປະຊຸມໄດ້ເຫັນດີເປັນເອກະພາບກັນກ່ຽວກັບມາດຕະການລະອຽດ ເພື່ອແນໃສ່ຍົກສູງປະສິດທິຜົນຂອງບັນດາວຽກງານດັ່ງກ່າວໃຫ້ດີກວ່າອີກ.
ວຽກງານກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ແລະ ປົກປ້ອງພົນລະເມືອງໃນປີີຜ່ານມາ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກ ການນໍາພັກ, ລັດ. ພາຍໃຕ້ການຊີ້ນໍາໂດຍກົງຂອງການນໍາກະຊວງການຕ່າງປະເທດຫວຽດນາມ ແລະ ການເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າຂອງບັນດາອົງການເຈົ້າໜ້າທີ່, ບັນດາອົງການຕາງໜ້າ ໄດ້ເຮັດໃຫ້ບັນດາວຽກງານດັ່ງກ່າວບັນລຸໄດ້ການປ່ຽນແປງຢ່າງເຫັນໄດ້ຊັດ, ນໍາມາເຊ່ິງຜົນສໍາເລັດ ແລະ ບຸກທະລຸໃໝ່, ເຮັດໃຫ້ຊາວຫວຽດນາມຢູ່ຕ່າງປະເທດນັບມື້ນັບມີຄວາມສະໜິດຕິດພັນ ແລະ ອວ່າຍໜ້າເມືອຫາບ້ານເກີດເມືອງນອນ ພ້ອມທັງມີບັນດາການປະກອບສ່ວນອັນແທດຈິງເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ