ກອງ​ປະ​ຊຸມ ສຸດຍອດ G7: ອອກ​ຖະ​ແຫຼງ​ການ​ກ່ຽວ​ກັບ​ວິ​ກິດ​ການ ລັດ​ເຊຍ - ຢູ​ແກຼນ

(VOVWORLD) -ວັນທີ 27 ມິຖຸນາ, ໃນວັນເຮັດວຽກທີ 2 ຂອງກອງປະຊຸມສຸດຍອດ ກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7) ຢູ່ເຢຍລະມັນ, ການນຳບັນດາປະເທດສະມາຊິກ G7 ໄດ້ອອກຖະແຫຼງການຮ່ວມກ່ຽວກັບຄວາມເຄັ່ງຕຶງລະຫວ່າງລັດເຊຍ - ຢູແກຼນ.

ກອງ​ປະ​ຊຸມ ສຸດຍອດ G7: ອອກ​ຖະ​ແຫຼງ​ການ​ກ່ຽວ​ກັບ​ວິ​ກິດ​ການ ລັດ​ເຊຍ - ຢູ​ແກຼນ - ảnh 1ການນຳກຸ່ມ G7 ແລະການນຳສະຫະພາບເອີລົບ (ພາບ: AFP/TTXVN)

ພາຍຫຼັງບົດກ່າວປາໄສຂອງ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ທີ່ກອງປະຊຸມ, ການນຳບັນດາປະເທດ G7 ໄດ້ໃຫ້ຄຳໝັ້ນສັນຍາ ຈະຮັກສາ ແລະ ເພີ່ມທະວີ ກຳລັງດັນດ້ານເສດຖະກິດ ກໍ່ຄືການເມືອງຕໍ່ລັດເຊຍ. ຖະແຫຼງການໄດ້ຊີ້ແຈ້ງວ່າ ບັນດາພື້ນຖານເສດຖະກິດແຖວໜ້າຈະຊອກຫາວິທີການສ້າງ “ແລວທາງປອດໄພ” ໃຫ້ແກ່ຜູ້ລີ້ໄພ, ດ້ວຍວິທີການຫັນລະບຽບການເຂົ້າເມືອງ ແລະ ຄວາມຮຽກຮ້ອງດ້ານວິຊາເປັນງ່າຍດາຍ. G7 ຢັ້ງຢືນວ່າ ຈະມານະພະຍາຍາມຕອບສະໜອງຄວາມຕ້ອງການດ້ານມະນຸດສະທຳຂອງ ຢູແກຼນ, ລວມມີການຟື້ນຟູ ແລະ ສ້າງສາປະເທດຄືນໃໝ່, ໃນນັ້ນອາດຈະລວມມີການນຳໃຊ້ບັນດາຊັບສິນຂອງ ລັດເຊຍ ທີ່ຖືກອາຍັດຕາມກົດໝາຍແຫ່ງຊາດ.

ໄປຄຽງຄູ່ກັບຖະແຫຼງການຮ່ວມກ່ຽວກັບສະພາບການ ຢູແກຼນ, ບັນດາການນຳ G7 ກໍ່ບັນລຸໄດ້ຄວາມກ້າວໜ້າໃນການວາງລະດັບເພດານທົ່ວໂລກ ຕໍ່ນ້ຳມັນນຳເຂົ້າຈາກລັດເຊຍ ເພື່ອແນໃສ່ຈຳກັດແຫຼ່ງລາຍຮັບຈາກພະລັງງານຂອງ ມົດສະກູ.

ຕອບກັບ

ຂ່າວ/ບົດ​ອື່ນ