ກອງ​ປະ​ຊຸມ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຊຸດ​ທີ 75: ປະ​ທາ​ນາ​ທິ​ບໍ​ດີ ປາ​ແລັດ​ສະ​ຕິນ ສະ​ເໜີ​ໃຫ້ ສ​ປ​ຊ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສາ​ກົນ ກ່ຽວ​ກັບພາກ​ຕາ​ເວັນ​ອອ​ກກາງ

(VOVWORLD) -ທ່ານ Mahmoud Abbas ປະທານາທິບໍດີ ປາແລັດສະຕິນໄດ້ສະເໜີໃຫ້ຈັດຕັ້ງກອງປະຊຸມສາກົນໃນຕົ້ນປີ 2021 ເພື່ອປຶກສາຫາລືກ່ຽວກັບວິວັດທະນາການສ້າງສັນຕິພາບຢູ່ພາກຕາເວັນອອກກາງ ໃນສະພາບການທີ່ບາງປະເທດອາຣັບຢູ່ເຂດອ່າວຫາກໍ່ລົງນາມໃນຂໍ້ຕົກລົງຫັນການພົວພັນກັບອິດສະລາແອັນເປັນປົກກະຕິ.
ກອງ​ປະ​ຊຸມ ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຊຸດ​ທີ 75: ປະ​ທາ​ນາ​ທິ​ບໍ​ດີ ປາ​ແລັດ​ສະ​ຕິນ ສະ​ເໜີ​ໃຫ້ ສ​ປ​ຊ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສາ​ກົນ ກ່ຽວ​ກັບພາກ​ຕາ​ເວັນ​ອອ​ກກາງ - ảnh 1ທ່ານ Mahmoud Abbas ປະທານາທິບໍດີ ປາແລັດສະຕິນ (ພາບ: AFP/TTXVN) 

ໃນບົດກ່າວປາໄສທີ່ສົ່ງໄປຍັງ ສະພາຄວາມໝັ້ນຄົງ ສປຊ ໃນວັນທີ 25 ກັນຍາ, ທ່ານ Mahmoud Abbas ປະທານາທິບໍດີ ປາແລັດສະຕິນ ໄດ້ສະເໜີໃຫ້ຈັດຕັ້ງກອງປະຊຸມສາກົນໃນຕົ້ນປີ 2021 ເພື່ອປຶກສາຫາລືກ່ຽວກັບວິວັດທະນາການສ້າງສັນຕິພາບຢູ່ພາກຕາເວັນອອກກາງ ໃນສະພາບການທີ່ບາງປະເທດອາຣັບຢູ່ເຂດອ່າວຫາກໍ່ລົງນາມໃນຂໍ້ຕົກລົງຫັນການພົວພັນກັບອິດສະລາແອັນເປັນປົກກະຕິ.

ຕາມການສະເໜີຂອງທ່ານ Abbas ແລ້ວ, ກອງປະຊຸມຕ້ອງມີການເຂົ້າຮ່ວມຂອງບັນດາຝ່າຍທີ່ກ່ຽວຂ້ອງ ເພື່ອກ່າວໄປເຖິງວິວັດທະນາການສ້າງສັນຕິພາບຢ່າງແທ້ຈິງໃຫ້ແກ່ພາກຕາເວັນອອກກາງໂດຍອີງໃສ່ກົດໝາຍສາກົນ. ໄປຄຽງຄູ່ກັນນັ້ນ, ທ່ານ Abbas ກໍ່ຖືວ່າ ກອງປະຊຸມຕ້ອງແນໃສ່ ຢຸດຕິການຢຶດຄອງ ແລະ ນຳເອົາສິດເສລີ ແລະ ເອກະລາດມາໃຫ້ຊາວປາແລັດສະຕິນ ໃນຜືນແຜ່ນດິນຂອງຕົນ, ຢູ່ລຽບຕາມເສັ້ນຊາຍແດນທີ່ໄດ້ກຳນົດໃນປີ 1967, ດ້ວຍ Jerusalem ຕາເວັນອອກ ແມ່ນ ນະຄອນຫຼວງ ແລະ ແກ້ໄຂບັນດາບັນຫາທີ່ກ່ຽວຂ້ອງເຖິງລະບຽບການສຸດທ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ