ກອງປະຊຸມ ສະມັດຊາໃຫຍ່ AIPA 33 ຮັບຮອງເອົາ ບັນດາຂໍ້ຕົກລົງທີ່ສຳຄັນ

ກອງປະຊຸມ ສະມັດຊາໃຫຍ່ AIPA 33 ຮັບຮອງເອົາ ບັນດາຂໍ້ຕົກລົງທີ່ສຳຄັນ - ảnh 1
ສະມັດຊາ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ອາ​ຊຽນ ( AIPA ) ຄັ້ງ​ທີ່ 33
(ພາບ: internet)


Vovworld-  ວັນ​ທີ 21/9, ກອງ​ປະຊຸມ​ສະມັດຊາ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​ອາ​ຊຽນ ( AIPA ) ຄັ້ງ​ທີ່ 33 ທີ່​ຈັດ​ຈຶ້ນຢູ່​ອິນ​ໂດ​ເນ​ເຊຍ ​ໄດ້​ດຳ​ເນີນ​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ່ 2 ​ແລະ ກໍ​ແມ່ນ​ວາລະ​ປະຊຸມ​ສຸດ​ທ້າຍ​ດ້ວຍ​ການ​ຮັບຮອງ​ເອົາ​ບັນດາຂໍ້ຕົກລົງ​ທີ່ສຳຄັນ, ຊຶ່ງ​ເປັນ​ຂີດ​ໝາຍ​ບາດກ້າວ​ພັດທະນາ​ໃໝ່​ໃນ​ການ​ເພີ່ມ​ທະວີ​ບົດບາດ ​ແລະ ບັນດາ​ກາ​ນພົວພັນ​ຮ່ວມ​ມືຂອງ AIPA, ມຸ່ງ​ໄປ​ສູ່​ປະຊາ​ຄົມ ອາ​ຊຽນ ປີ 2015. ສະມັດຊາ​ໃຫຍ່ AIPA 33 ​ໄດ້​ເຫັນ​ດີ​ເປັນ​ເອກະສັນຮັບຮອງ​ເອົາ​ມະຕິ 2 ສະບັບ​ຂອງ​ຄະນະ​ກຳມາ​ການ​ການ​ເມືອງ, ຊຶ່ງ​ລວມມີ​ການ​ສົ່ງ​ເສີມ​ບັນດາ​ປະ​ເທດ​ອາ​ຊຽນຕັ້ງໜ້າ​ຍົກ​ສູງ​ລະດັບຄວາມ​ຮັບ​ຮູ້ ​ແລະ ຊຸກຍູ້​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ຫຼາຍ​ກ່ວາ​ອີກ ​ແລະ ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ບັນດາ​ມະຕິ​ດັ່ງກ່າວ​ໄດ້​ເນັ້ນ​ໜັ້ກ​ເຖິງ​ການ​ສະໜັບ ສະໜູນຢ່າງ​ຂາດ​ຕົວ​ຂອງ AIPA ທີ່​ມີ​ຕໍ່​ບັນດາ​ຄຳ​ໝັ້ນ​ສັນຍາ ​ແລະ ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນບົນ​ນ້ຳ​ໃຈ​ສາມັກຄີ - ຮ່ວມ​ມື ​ແລະ ​ເປັນ​ເອກະ​ພາບ​ກັນ. ສະມັດຊາ​ໃຫຍ່ AIPA 33 ຍັງ​ເປັນ ເອກະສັນຮັບຮອງ​ເອົາ​ມະຕິ ບາງສະບັບກ່ຽວ​ກັບ​ເສດຖະກິດ, ສັງຄົມ, ບັນດາ​ມະຕິ​ກ່ຽວ​ກັບ ສ.ສ.ຊ ຍິງ ​ພ້ອມ​ທັງ​ເປັນ​ເອກະສັນ​ກັນ​ຕໍ່​ກັບ​ຂໍ້​ສະ​ເໜີ​ຂອງ​ຄະນະ​ກຳມະການ​ຈັດ​ຕັ້ງ, ​ໃນ​ນັ້ນ ມີ​ການ​ບົ່ງ​ຕົວ​ຜູ້ຕາງໜ້າ ສິງກະ​ໂປ ​ເປັນ​ເລຂາທິການ​ໃຫຍ່ AIPA ​ໃນ​ອາຍຸ​ການ​ໃໝ່ ​ແລະ ກອງ​ປະຊຸມສະມັດຊາ​ໃຫຍ່ AIPA 34 ຈະ​ຖືກ​ຈັດ​ຂຶ້ນ​ຢູ່ ບຣູ​ໄນ ​ໃນ​ປີ 2013.

ຂ່າວ/ບົດ​ອື່ນ