ກອງປະຊຸມ ອາຊີ - ປາຊີຟີກ ກ່ຽວກັບການເງິນ, ນະໂຍບາຍສັງຄົມ ແລະ ເດັກນ້ອຍ

ກອງປະຊຸມ ອາຊີ - ປາຊີຟີກ ກ່ຽວກັບການເງິນ, ນະໂຍບາຍສັງຄົມ ແລະ ເດັກນ້ອຍ - ảnh 1
ຄວາມໄຝ່ຝັນຂອງເດັກທຸກຍາກແມ່ນໄດ້ໄປໂຮງຮຽນ
ພາບປະກອບ: internet

(vovworld) - ວັນ​ທີ 24/9 ຢູ່ ຮ່າ​ໂນ້ຍ, ກອງ​ທຶນ​ອະນຸຊົນ ສະຫະ​ປະຊາ​ຊາດ (UNICEF) ປະຈຳ ຫວຽດນາມ ​ໄດ້​ສົມທົບ​ກັບ​ກະຊວງ​ການ​ເງິນ ຫວຽດນາມ ​ຈັດການ​ປະຊຸມ​ຂ່າວ​ເນື່ອງ​ໃນ​ໂອກາດ​ໄຂ​ກອງ​ປະຊຸມ ອາຊີ - ປາຊີ​ຟີ​ກ ກ່ຽວ​ກັບ​ການ​ເງິນ​ຂອງ​ລັດ, ນະ​ໂຍບາຍ​ສັງຄົມ ​ແລະ ​ເດັກນ້ອຍ ​ແຕ່​ວັນ​ທີ 24 - 26/9/2012 ພາຍ​ໃຕ້​ຫົວ​ຂໍ້​ວ່າ: ​ແກ້​ໄຂ​ບັນຫາ​ເດັກ​ທຸກ​ຍາກ​ ແລະ ຂາດ​ຄວາມ​ສະ​ເຫມີ​ພາບ ຜ່ານ​ການ​ລົງທຶນ​ທີ່​ມີ​ຄຸນ​ນະພາ​ບ​ໃຫ້​ແກ່​ເດັກນ້ອຍ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ, ທ່ານ Daniel Toole ຜູ້ອຳນວຍການ UNCEF ພາກ​ພື້ນ​ອາຊີ ປາຊີ​ຟີ​ກ ​ໄດ້​ເນັ້ນ​ຫນັກ​ວ່າ: ພາກ​ພື້ນ ອາຊີ - ປາຊີ​ຟີ​ກ ​ໄດ້​ມີ​ຄວາມ​ກ້າວຫນ້າອັນ​ໃຫຍ່​ຫລວງ​ເພື່ອ​ປັບປຸງ​ຄວາມ​ເປັນຕາ​ຍ, ສຸຂະພາບ​ຂອງ​ເດັກນ້ອຍ​ກໍ​ຄື​ສະພາບ​ຄອບຄົວ​ຂອງ​ເດັກ​ທຸກ​ຍາກ. ປະຈຸ​ບັນ ​ໂລກ​ຖື​ວ່າ ອາຊີ ​ແມ່ນ​ແບບຢ່າງ​ແຫ່ງ​ການ​ພັດທະນາ​ຢູ່​ ​ແລະ ​ໂລກ​ພວມ​ລໍຖ້າ​ການ​ຫນູນ​ຊ່ວຍ ​ແລະ ​ແຫ​ລ່ງກຳລັງ​ແຮງ​ຈາກ​ອາ​ຊີ ​ເພື່ອ​ສະຫນັບສະຫນູນ​ແກ່​ການ​ພັດທະນາ​ທົ່ວ​ໂລກ. ທ່ານ Truong Chi Trung ຮອງ​ລັດຖະມົນຕີ​ກະຊວງ​ການ​ເງິນ ຫວຽດນາມ ​ໃຫ້​ຮູ້​ວ່າ: ກອງ​ປະຊຸມ​ຄັ້ງ​ນີ້ ມີ​ຜູ້ຕາງຫນ້າ​ຂອງ​ລັດຖະບານ 17 ປະ​ເທດ ​ໃນ​ພາກ​ພື້ນ ອາຊີ - ປາຊີ​ຟີ​ກ ພ້ອມ​ກັນ​ປຶ​ກສາ​ຫາລື​ສາຍ​ກ່ຽວ​ພັນ​ລະຫວ່າງ​ການ​ເງິນ​ຂອງ​ລັດ ​ແລະ ນະ​ໂຍບາຍ​ສັງຄົມ. ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ມາດ​ຕະການ​ນຳ​ໃຊ້​ແຫ​ລ່ງກຳລັງ​ແຮງ​ເພື່ອ​ຮັດ​ແຄບ​ຊ່ອງ​ຫວ່າງ ​ແລະ ຍົກ​ສູງ​ຄຸນ​ນະພາ​ບແຫ​ລ່ງຊັບພະຍາກອນ​ມະນຸດ ​ແລະ ປ້ອງ​ກັນ ຕ້ານ​ການ​ທາລຸນ​ເດັກນ້ອຍ.

ຂ່າວ/ບົດ​ອື່ນ