ກອງປະຊຸມ ອາຊຽນ +3 ຍູ້ແຮງການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ

ກອງປະຊຸມ ອາຊຽນ +3 ຍູ້ແຮງການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ - ảnh 1
ກອງ​ປະຊຸມ​ລັດຖະມົນຕີ ອາ​ຊຽນ +3 (ຈີນ, ຍີ່ປຸ່ນ, ສ ​ເກົາຫຼີ) ຄັ້ງ​ທີ 6
(ພາບ: Hoàng Chương/Vietnam+)

(vovworld) – ​​ຕອນ​ເຊົ້າວັນ​ທີ 18/9, ຢູ່ ວຽງ​ຈັນ, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ລັດຖະມົນຕີ ອາ​ຊຽນ +3 (ຈີນ, ຍີ່ປຸ່ນ, ສ ​ເກົາຫຼີ) ຄັ້ງ​ທີ 6 ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາ​ດ (AMMTC+3). ກອງ​ປະຊຸມ​ຢືນຢັນ​ຄວາມ​ຕັດສິນ​ໃຈ​ຮ່ວມ​ມື​ຕໍ່ສູ້, ສະກັດ​ກັ້ນ​ບັນດາ​ປະ​ເພດ​ອາດຊະຍາ​ກຳ​ຂ້າມ​ຊາດ​ຄື: ກາ​ນຄ້າ​ມະນຸດ, ຂາຍ​ເຖື່ອນ​ອາວຸດ​, ຕ້ານ​ການ​ເຂົ້າ​ເມືອງ​ຜິ​ດກົດໝາຍ, ຕ້ານ​ອາດຊະຍາ​ກຳ​ເສດຖະກິດ, ອາດຊະຍາ​ກຳ​ຢາ​ເສບ​ຕິດ.​​..​ ຝ່າຍ​ຕ່າງໆ​ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວ, ວຽກ​ງານ​ບຳລຸງ​ສ້າງ​ເພື່ອ​​ໃຫ້ການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ​ບັນ​ລຸປະສິດທິ​ຜົນ​ສູງ​ກ່ວາ ຮັບປະກັນ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ, ປະກອບສ່ວນ​ສ້າງ​ປະຊາ​ຄົມ ອາ​ຊຽນ ​ແລະ ບັນດາ​ພາກ​ພື້ນ ອາຊີ​​ເໜືອ ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​, ທ່ານ​ລັດຖະມົນຕີ​ກະຊວງ​ຕຳຫຼວດ ຫວຽດນາມ ​ເຈີ່ນດ້າຍ​ກວາງ, ຫົວໜ້າ​ຄະນະ​ຜູ້​ແທນ ຫວຽດນາມ ​ໄດ້​ຊີ້​ແຈ້ງ​ການ​ຮ່ວມ​ມື​ຕັ້ງໜ້າ​ຂອງ ຫວຽດນາມ ກັບ​ບັນດາ​ອົງການ​ປະຕິບັດ​ກົດໝາຍ ຈີນ, ຍີ່ປຸ່ນ, ສ ​ເກົາຫຼີ, ປະຕິບັດ​ຄຳ​ໝັ້ນ​ສັນຍາ​ລະຫວ່າງ ອາ​ຊຽນ ກັບ​ 3 ປະ​ເທດ​ຄູ່​​ເຈລະຈາ​ກ່ຽວ​ກັບ​ການ​ຕໍ່ສູ້​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາ​ດ. ທ່ານ​ລັດຖະມົນຕີ ​ເຈີ​ນດ້ານ​ກວາງ ຫວັງ​ວ່າ: ບັນດາ​ຄຳ​ໝັ້ນ​ສັນ​ຍາ​ຮ່ວມ​ມື ອາ​ຊຽນ +3 ​ທີ່​ໄດ້​ຮັບ​ການ​ເຫັນ​ດີ​ເຫັນ​ພ້ອມ​ທີ່​ກອງ​ປະຊຸມ​ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ​ຈາກ​ຝ່າຍ​ຕ່າງໆ, ສ້າງ​ບາດກ້າວ​ກະ​​ໂດດ​ຂັ້ນ​ໃນ​ການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ, ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ປະຊາຊົນ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ບັນດາ​ຄູ່ຮ່ວມ​ມື, ຄູ່​ເຈລະຈາ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ.

 

 

 

ຂ່າວ/ບົດ​ອື່ນ