ກອງ​ປະ​ຊຸມ​ ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສຮັບ​ຜິດ​ຊອບ​ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ - ສັງ​ຄົມ ອາ​ຊຽນ ຄັ້ງ​ທີ 29 ທາງ​ອອນ​ລາຍ

(VOVWORLD) -ທີ່ກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ໄດ້ອັບເດດກ່ຽວກັບຄວາມຄືບໜ້າ, ໝາກຜົນການປະຕິບັດບັນດາບຸລິມະສິດຂອງ ຕົນໃນປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ. ໃນນັ້ນ ຫວຽດນາມ ໄດ້ ແລະ ພວມປະຕິບັດບັນດາການເຄື່ອນໄຫວຕາມແຜນການ ແລະ ຮັບປະກັນບັນດາໝາກຜົນ ດ້ວຍການສະໜັບສະໜູນ, ມີຄວາມເຫັນດີເຫັນພ້ອມສູງຈາກບັນດາປະເທດສະມາຊິກອາຊຽນ
ກອງ​ປະ​ຊຸມ​ ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສຮັບ​ຜິດ​ຊອບ​ປະ​ຊາ​ຄົມ​ວັດ​ທະ​ນະ​ທຳ - ສັງ​ຄົມ ອາ​ຊຽນ ຄັ້ງ​ທີ 29 ທາງ​ອອນ​ລາຍ - ảnh 1ກອງປະຊຸມ ເຈົ້າໜ້າທີ່ອາວຸໂສຮັບຜິດຊອບປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ (SOCA) ຄັ້ງທີ 29 ທາງອອນລາຍ (ພາບ: molisa.gov.vn.)

ຕອນເຊົ້າວັນທີ 5 ພະຈິກ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສົມທົບກັບຄະນະເລຂາ ອາຊຽນ ຈັດຕັ້ງກອງປະຊຸມ ເຈົ້າໜ້າທີ່ອາວຸໂສຮັບຜິດຊອບປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ (SOCA) ຄັ້ງທີ 29 ທາງອອນລາຍ, ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງ ດ້ວຍການເຂົ້າຮ່ວມຂອງບັນດາປະເທດສະມາຊິກອາຊຽນ, ທ່ານຮອງເລຂາທິການໃຫຍ່ອາຊຽນ ຜູ້ຮັບຜິດຊອບ ປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ, ຄະນະຜູ້ແທນບັນດາປະເທດ ສະມາຊິກ ອາຊຽນ ແລະ ຄະນະເລຂາທິການອາຊຽນ.

ທີ່ກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ໄດ້ອັບເດດກ່ຽວກັບຄວາມຄືບໜ້າ, ໝາກຜົນການປະຕິບັດບັນດາບຸລິມະສິດຂອງ ຕົນໃນປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ. ໃນນັ້ນ ຫວຽດນາມ ໄດ້ ແລະ ພວມປະຕິບັດບັນດາການເຄື່ອນໄຫວຕາມແຜນການ ແລະ ຮັບປະກັນບັນດາໝາກຜົນ ດ້ວຍການສະໜັບສະໜູນ, ມີຄວາມເຫັນດີເຫັນພ້ອມສູງຈາກບັນດາປະເທດສະມາຊິກອາຊຽນ ແລະ ໄດ້ຮັບການໜູນຊ່ວຍຈາກຄະນະອາຊຽນ. ພິເສດຖະແຫຼງການອາຊຽນກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ໂລກທີ່ພວມມີການປ່ຽນແປງໄດ້ຮັບການຮັບຮອງເອົາຢູ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ແລະ ຖະແຫຼງການຮ່າໂນ້ຍກ່ຽວກັບການຊຸກຍູ້ວຽກງານສັງຄົມມຸ່ງໄປເຖິງປະຊາຄົມອາຊຽນສະໜິດຕິດພັນ ແລະ ເປັນເຈົ້າການຮັບມື ຫວຽດນາມພວມປະຕິບັດໃຫ້ສຳເລັດເພື່ອຍືນສະເໜີຕໍ່ກອງປະຊຸມຂັ້ນສູງອາຊຽນຄັ້ງທີ 37 ທີ່ຄາດວ່າຈະດຳເນີນໃນກາງເດືອນ ພະຈິກ 2020.

ຕອບກັບ

ຂ່າວ/ບົດ​ອື່ນ