ກອງປະຊຸມ4ຝ່າຍກ່ຽວກັບຢູແກຼນຕີລາຄາສະພາບການປະຕິບັດຂໍ້ຕົກລົງຢຸດຍິງ

ກອງປະຊຸມ4ຝ່າຍກ່ຽວກັບຢູແກຼນຕີລາຄາສະພາບການປະຕິບັດຂໍ້ຕົກລົງຢຸດຍິງ - ảnh 1
(ພາບປະກອບ)

(vovworld) – ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ “ກຸ່ມ Normandy” ລວມມີ​ເຢຍລະ​ມັນ, ຝລັ່ງ, ລັດ​ເຊ​ຍ ​ແລະ ຢູ​ແກຼນ ​ໄດ້​ຈັດ​ກອງ​ປ​ະຊຸມ​ໃນ​ວັນ​ທີ 06/11, ຢູ່​ນະຄອນຫຼວງ Berlin, ປະ​ເທດ​ເຢຍລະ​ມັນ ​ໄດ້​ຊົມ​ເຊີຍ​ບັນດາ​ບາດກ້າວ​ທີ່​ບັນ​ລຸ​ໄດ້​ໃນ​ການ​ປະຕິບັດ​ຂໍ້​ຕົກລົງ​ຢຸດ​ຍິງ​ຢູ່​ຢູ​ແກຼນ ພາກຕາ​ເວັນ​ອອກ ​ໃນ 10 ສັບປະດາ​ຜ່ານ​ມາ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ຊຸກຍູ້​ບັນດາ​ຄວາມ​ມານະ​ພະຍາຍາມ​ດ​້ານການ​ເມືອງ​ກວ່າ​ອີກ ​ເພື່ອ​ແນ​ໃສ່​ແກ້​ໄຂ​ວິ​ກິດ​ການ​ຢູ່​ປະ​ເທດ​ນີ້. ບັນດາຝ່າຍ​ໄດ້​ເຫັນ​ດີ​ນຳ​ກັນ​ໂດຍ​ຖື​ວ່າ ຂໍ້​ຕົກລົງ Minsk ກ່ຽວ​ກັບ​ຢູ​ແກຼນ ຕ້ອງ​​ສືບ​ຕໍ່ປະຕິບັດ​ໃນ​ປີ 2016 ​ແລະ ຫວັງ​ວ່າ​ຈະ​ສະ​ກັດ​ກັ້ນ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທີ່​ພວມ​ປີນຂັ້ນ​ໃດ​ຢູ່ຢູ​ແກຼນ ພາກຕາ​ເວັນ​ອອກ ​ໄດ້.

ຂ່າວ/ບົດ​ອື່ນ